ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດການແຂ່ງຂັນກີລາຍິງປືນຊີງຂັນຄະນະພັກອົງການກົມ 213

     ໃນວັນທີ 25 ພະຈິກປີ 2016 ທີ່ຜ່ານມາ, ກອງ “ຄ 233” ທີ່ຂຶ້ນກັບກົມ 213 ເປັນເຈົ້າພາບຈັດ ການແຂ່ງຂັນກີລາຍິງປືນຊີງຂັນຄະນະພັກອົງການ
ກົມ 213. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພັກ, ກົມໃຫຍ່
ການເມືອງກອງທັບ, ມີ ທ່ານ ພົນຈັດຕະວາ ທອງວັນ ຈັນທະວົງ ເລຂາຄະນະພັກອົງການກົມ, ຫົວໜ້າກົມ 213, ມີຫົວໜ້າຫ້ອງການ, ຮອງຫ້ອງການ
ແລະກົມກອງຂຶ້ນກັບກົມ 213 ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມແຂ່ງຂັນດ້ວຍບັນຍາກາດເບີກບານມ່ວນຊື່ນ.

                                
                                               ພົນຈັດຕະວາ ວໍລະສານ ວິລັດດາວົງ ເປັນປະທານການແຂ່ງຂັນກີລາຍິງປືນຊີງຂັນຄະນະພັກອົງການກົມ 213

     ການແຂ່ງຂັນຍິງລູກປືນແທ້ໃນຄັ້ງນີ້ປະກອບມີ 2 ປະເພດປືນຄື: ປືນອາກາ (AK) ແລະ ປືນສັ້ນ (K59) ມີ 17 ຫົວໜ່ວຍກົມກອງເຂົ້າຮ່ວມແຂ່ງຂັນ.
ຜົນການແຂ່ງຂັນປືນອາກາ (AK) ຊະນະເລີດຮັບຂັນລາງວັນ 1 ໜ່ວຍໄດ້ແກ່ ພັນຕີ ໄຊເຈີນ ຈັນທະລາ ຫົວໜ້າການທະຫານກອງ “ຄ 233” ດັບສູນໄດ້
4 ເປົ້າໝາຍ, ຮອງຊະນະເລີດຮັບຂັນລາງວັນ 1 ໜ່ວຍ ໄດ້ແກ່ ພັນໂທ ມະນີວັນ ທັນຍາໄຊ ຫົວໜ້າຫ້ອງການ 21 ດັບສູນໄດ້ 3 ເປົ້າໝາຍຈັບເວລາ 41
ວິນາທີ, ອັນ ດັບທີ 3 ໄດ້ແກ່ ພັນໂທ ຄານມີໄຊ ຮອງຫົວໜ້າຫ້ອງພະລາທິການ 213 ດັບສູນໄດ້ 3 ເປົ້າໝາຍຈັບເວລາ 51 ວິນາທີ. ຜົນການແຂ່ງຂັນ
ປືນສັ້ນ (K59) ຊະນະເລີດຮັບຂັນລາງວັນ 1 ໜ່ວຍ ໄດ້ແກ່ ທ່ານ ພົນຈັດຕະວາ ທອງວັນ ຈັນທະວົງ ຫົວໜ້າກົມ 213 ຍິງ 4 ລູກ ຖືກວົງ 10 ສອງລູກ
ແລະວົງ 8 ໜຶ່ງ ລູກລວມ 28 ຄະ ແນນ, ຮອງຊະນະເລີດຮັບຂັນລາງວັນ 1 ໜ່ວຍ ໄດ້ແກ່ ພັນໂທ ພູນທອງ ໄຊຍະພົນ ຫົວໜ້າການທະຫານສູນ 35 ດັບ
ສູນເປົ້າໝາຍວົງ 10 ໜຶ່ງລູກ ແລະຖືກວົງ 9 ສອງລູກ 28 ຄະແນນ, ອັນດັບທີ 3 ຮັບຂັນລາງວັນ 1 ໜ່ວຍ ໄດ້ແກ່ ພັນໂທ ທຸມມາ ພົມມະທຳ ຮອງຫົວ
ໜ້າກົມ 213 ຍິງຖືກວົງ 10 ໜຶ່ງລູກ ແລະຖືກວົງ 8 ສອງລູກ ລວມ 26 ຄະແນນ.

     ໃນໂອກາດນີ້, ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ໃຫ້ກຽດມອບລາງວັນ ແລະກ່າວຄຳຍ້ອງ ຍໍຊົມເຊີຍຄະນະພັກ-ຄະນະບັນຊາອົງການກົມ
213, ນາຍ ແລະພົນທະຫານ ບັນດາແຂກເຂົ້າຮ່ວມງານແຂ່ງຂັນກີລາຍິງປືນຊິງຂັນຄະນະພັກອົງການກົມ 213 ໃນຄັ້ງນີ້ຖືວ່າເປັນກິດຈະກຳທີ່ດີມີປະໂຫຍດ
ແລະເໝາະສົມສອດຄ່ອງກັບໜ້າທີ່ວຽກງານຂອງກົມກອງ, ທັງເປັນຂະບວນການສ້າງບັນຍາກາດເບີກບານມ່ວນຊື່ນຂຳ່ນັບຮັບຕ້ອນວັນປະຫວັດສາດທີ່ສຳ
ຄັນຕ່າງໆຂອງຊາດ ໂດຍສະເພາະສ້າງຂະບວນການຂຳ່ນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 41 ປີ ແລະວັນຄ້າຍວັນເກີດຂອງປະທານ ໄກສອນພົມ
ວິຫານ ຄົບຮອບ 96 ປີ, ວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ.