ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ ຂຶ້ນ ຊັ້ນ ພັນໂທ ຢູ່​ເຂດ​ພາກ​ກາງ


ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 8 ທັນວາ ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ ຂຶ້ນ ຊັ້ນ ພັນໂທ ໃຫ້ບັນດາກົມ
ກອງກຳລັງຫຼວງ ແລະ ກຳລງທ້ອງຖິ່ນຢູ່ເຂດພາກກາງ ຈຳນວນ 75 ສະຫາຍ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ
ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເລຂາຄະ
ນະພັກ, ຫົວໜ້າ ການເມືອງກອງພົນທີ 4, ຕາງໜ້າຄະນະນຳກອງບັນຊາການທະຫານແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ກອງພັນ 402,
ກອງພັນໃຫຍ່ 644, ກອງພັນໃຫຍ່ 642, ໂຮງໝໍບໍລິເວນ 109, ໂຮງງານປະ ສານເຫຼົ່າພາກກາງ, ສາງນ້ຳມັນ ເລກ 7 ພ້ອມດ້ວຍຜູ້ທີ່ໄດ້ຮັບການເລື່ອນ
ຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ,
ອີງຕາມກົດໝາຍຂອງນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ປີ 2018 ໃນພາກທີ II ໝວດທີ III ມາດຕາທີ 22 ແລະ ມາດຕາທີ 23
ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ກອງທັບປະຊາຊົນລາວ ບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຢູ່ເຂດພາກກາງທັງໝົດຈຳນວນ 75 ສະຫາຍ,
ໃນນີ້ກອງພົນທີ 4 ຈຳນວນ 15 ສະຫາຍ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ຈຳນວນ 13 ສະຫາຍ, ກອງບັນຊາການທະຫານແຂວງ ຄຳ
ມ່ວນ ຈຳນວນ 16 ສະຫາຍ, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຈຳນວນ 15 ສະຫາຍ, ກອງພັນໃຫຍ່ 642 ຈຳນວນ 6 ສະຫາຍ, ກອງພັນໃຫຍ່
644 ຈຳນວນ 4 ສະຫາຍ, ກອງພັນ 402 ຈຳນວນ 1 ສະຫາຍ, ໂຮງໝໍບໍລິເວນ 109 ຈຳນວນ 3 ສະຫາຍ, ໂຮງງານປະສານເຫຼົ່າພາກກາງ ແລະ ສາງນ້ຳ
ມັນເລກ 7 ບ່ອນລະ 1 ສະຫາຍ.

     ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ
ບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຢູ່ເຂດພາກກາງທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດບັນດາສະ
ຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງເພີ່ມທະວີວຽກງານການເມືອງ-ແນວຄິດໃຫ້ແຂງແຮງ, ເຊື່ອມຊຶມກຳແໜ້ນແນວທາງຂອງພັກ-ລັດຢ່າງເລິກ
ເຊິ່ງ, ເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ມີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານ
ຄຸນສົມບັດສິນທຳປະຕິວັດ, ປະຕິບັດລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ສຸມທຸກເທື່ອແຮງ ແລະ ສະຕິປັນ
ຍາຂອງຕົນເຂົ້າໃນການພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ.