ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການເຝິກຊ້ອມຮ່ວມລະຫວ່າງເຫົ່ຼາຮົບລົດຕັງ-ຍານເກາະລາວ-ຣັດເຊຍ "ລາໂຣ໌ສ 2019"


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ​ເປັນ​ປະທານ

     ໃນວັນທີ 10 ທັນວາ 2019 ນີ້, ຄະນະຮັບຜິດຊອບການເຝິກຊ້ອມຮ່ວມລະຫວ່າງເຫົ່ຼາຮົບ ລົດຕັງ-ຍານເກາະລາວ- ຣັດເຊຍ "ລາໂຣ໌ສ 2019" ໄດ້ເປີດຂຶ້ນຢ່າງເປັນທາງ
ການ, ພາຍໃຕ້ຄໍາຂວັນ “ຄຽງບ່າ, ຄຽງໄຫຼ່ກັນຕໍ່ສູ້ເພື່ອສັນຕິພາບ” ຢູ່ທີ່ສະໜາມກີລາຂອງ ໂຮງຮຽນການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງຊຽງຂວາງ,ໂດຍ
ການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີ
ສະຫາຍ ພົນຈັດ ຕະວາ ຊາຣາໂກບສ໌ ຮອງຜູ້ບັນຊາການທະຫານສູງສຸດ ແມ່ທັບໃຫຍ່ລົດຕັງທີ 29 ເຂດທະຫານ ຕາເວັນອອກ ກຳລັງປະກອບອາວຸດສະຫະພັນຣັດເຊຍ, ມີ
ຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍ ເຂົ້າຮ່ວມ.

     ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະຊີ້ນຳການຫັດແອບລົດ ຕັງ-ຍານເກາະ ກອງທັບ ລາວ-ຣັດ
ເຊຍ 2019 ໄດ້ກ່າວວ່າ: ການເຄື່ອນໄຫວເຝິກຊ້ອມ ລົດຕັງ-ຍານເກາະ ຈັດຂຶ້ນທີ່ ສປປ ລາວ ຄັ້ງນີ້ ຈຸດປະສົງເພື່ອແນໃສ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບການ
ຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໂດຍສະ ເພາະແມ່ນການຮ່ວມມືດ້ານການທະຫານ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເພີ່ມທະວີ
ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງ ເຂດວຽກງານປ້ອງກັນຊາດ ຂອງສອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນເຫຼົ່າຮົບ ລົດຕັງ-ຍານເກາະ ເພື່ອການນຳໃຊ້ກຳລັງ ລົດ
ຕັງ-ຍານເກາະ ສົມທົບກັບກຳລັງໄຟທະຫານຮາບຈຳນວນໜຶ່ງ ສູ້ຮົບຢູ່ເທິງພື້ນທີ່ພູມມີປະເທດຕົວຈິງ ທີ່ມີຄວາມແຕກຕ່າງກັນຫຼາຍລະດັບແນໃສ່ຍົກລະດັບໃຫ້ແກ່ຜູ້ບັນ
ຊາ ຮູ້ຈັກບັນຊາສູ້ຮົບໃນສະພາບພູມມີປະເທດ ແລະ ດິິນຟ້າອາກາດທີ່ມີການປ່ຽນແປງ ແລະ ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານຮູ້ຈັກການນຳໃຊ້ພາຫະນະ-ອາ
ວຸດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ສູ້ຮົບຢ່າງ ຊຳນິຊຳນານ.

     ໃນໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ຊາຣາໂກບສ໌ ກໍໄດ້ກ່າວວ່າ: ການເຝິກຊ້ອມຮ່ວມລະຫວ່າງເຫົ່ຼາຮົບ ລົດຕັງ- ຍານເກາະ ກອງທັບ ລາວ-ຣັດເຊຍ “ລາໂຣ໌ສ
2019” ແມ່ນເປັນຄັ້ງທຳອິດ ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານການທະຫານລະຫວ່າງສອງກອງທັບ ເວົ້າສະເພາະແມ່ນສອງ ເຫຼົ່າຮົບລົດຕັງ-ຍານ
ເກາະລາວ-ຣັດເຊຍ ທີ່ມີມາແຕ່ດົນນານແລ້ວ ນັ້ນໃຫ້ກ້າວເຂົ້າສູ່ລ່ວງເລິກ ແລະ ສືບຕໍ່ຮ່ວມມືກັນແກ້ໄຂບັນຫາສາ ກົນ ແລະ ສັນຕິພາບຢູ່ໃນພາກພື້ນ.

     ນອກຈາກການເຄື່ອນໄຫວຫັດແອບ ແລະ ເຝິກຊ້ອມຮ່ວມຂອງເຫຼົ່າຮົບລົດຕັງ-ຍານເກາະ ລາວ-ຣັດເຊຍ ໃນຄັ້ງນີ້ແລ້ວ, ສອງກອງທັບ ລາວ-ຣັດເຊຍ ຍັງຈະໄດ້ເຄື່ອນ
ໄຫວກິດຈະກຳຮ່ວມກັນ, ເປັນຕົ້ນແມ່ນການແລກປ່ຽນວັດທະນະທຳ, ສິລະປະ-ວັນນະຄະດີ, ກີລາ ແລະ ອື່ນໆຮ່ວມກັນໃນຫຼາຍຮູບແບບ "ສາມັກຄີ ມິດຕະພາບເຊິ່ງກັນ
ແລະ ກັນ" ລະຫວ່າງສອງກອງທັບ ລາວ-ຣັດເຊຍ ຕະຫຼອດຮອດການດຳລົງຊີວິດປະຈຳວັນ, ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພາສາປາກເວົ້າໃຫ້ມີຄວາມເຂົ້າໃຈ
ເຊິ່ງກັນ ແລະ ກັນລະຫວ່າງນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູນຄູນ
ສ້າງ ແລະ ສົ່ງເສີມສາຍສຳພັນໄມຕີຈິດມິດຕະພາບຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

     ການເຝິກຊ້ອມຮ່ວມຂອງເຫຼົ່າຮົບ ລົດຕັງ-ຍານເກາະ ກອງທັບ ລາວ-ຣັດເຊຍ “ລາໂຣ໌ສ 2019“ ຈະໄດ້ດຳເນີນໄປເປັນເວລາ 9 ວັນແຕ່ວັນທີ 10-19 ທັນວາ ຈຶ່ງຈະ
ສໍາເລັດ.