ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ເປີດຂະບວນການແຂ່ງຂັນກີລາ ປະຈໍາປີ 2020


ການ​ເຂົ້າ​ຮ່ວມ​ແຂ່ງຂັນກີລາຂອງ​ແຕ່​ລະ​ກົມ​ກອງຂຶ້ນກັບ ​ແຄັ້ງ​ວັນ​ທີ 09|11|2020 ຢູ່​ທີ່​ເດີນ​ບານກົມ​ ກມທ

     ໃນວັນທີ 9 ພະຈິກ ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ເປີດຂະບວນການແຂ່ງຂັນກີລາສະໝັກຫຼິ້ນປະຈໍາປີ 2020 ທົ່ວອົງການ ກົມໃຫຍ່ການ
ເມືອງກອງທັບ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າ ກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ພະແນກການ, ກົມກອງພ້ອມດ້ວຍນັກກີລາຈາກກົມກອງອ້ອມຂ້າງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນເອກ ຖາວອນ ສີຫາລາດ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານບົດລາຍງານ ເຊິ່ງບາງຕອນ
ໄດ້ຊີ້ໃຫ້ເຫັນວ່າ: ໂດຍອີງຕາມທິດຊີ້ນໍາຂອງຄະນະພັກ ກົມໃຫຍ່ການເມືອງກອງທັບ ແລະ ແຜນການ ແຂ່ງຂັນກີລາປະຈໍາປີ ໃນທົ່ວ ກົມໃຫຍ່ການເມືອງ
ກອງທັບ ເພື່ອ ສ້າງຂະບວນການ, ຜົນງານຂໍ່ານັບຮັບຕ້ອນ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນຂະບວນການ
ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະ ເທດ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ
ຮອບ 45 ປີ ແລະ ວັນຄ້າຍ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ, ທັງເຮັດໃຫ້ພະນັກງານ-
ນັກຮົບທົ່ວກົມກອງມີກໍາລັງແຮງກາຍທີ່ດີ, ສ້າງຄວາມສາມັກຄີຕໍ່ພະນັກງານດ້ວຍກັນ ເຊິ່ງກີລາທີ່ ນຳມາແຂ່ງຂັນຄັ້ງນີ້ລວມມີທັງໝົດ 5 ປະເພດ ຄື: ບານ
ສົ່ງຊາຍມີ 15 ທີມ, ບານສົ່ງຍິງ 8 ທີມ, ກະຕໍ້ 15 ທີມ, ເປຕັງຊາຍ 30 ທີມ ແລະ ເປຕັງຍິງມີ 28 ທີມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍໄດ້ໂອ້ລົມໃຫ້ທິດຊີ້ນໍາຄະນະພັກ-ຄະນະບັນຊາ, ຄະນະກໍາມະການຜູ້ຮັບຜິດຊອບຈັດການ
ແຂ່ງຂັນ ແລະ ນັກກີລາ ຕະຫຼອດຮອດຜູ້ຊົມຜູ້ເຊຍ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດກົດກະຕິກາກີລາທີ່ວາງອອກຢ່າງເຂັ້ມງວດ ພ້ອມດຽວກັນນັ້ນຍັງ​ໄດ້
ເນັ້ນໜັກໃຫ້ບັນດາພາກສ່ວນກ່ຽວຂ້ອງນໍາພາປະຕິບັດຕາມແຜນການແຂ່ງຂັນ, ສ້າງໄດ້ບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ນຳ້ໃຈນັກກີລາຮູ້ແພ້ຮູ້
ຊະນະທັງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ​ເຮັດສຳເລັດຕາມກຳນົດ ເວລາທີ່ວາງໄວ້.