ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸຸມສະໄໝສາມັນຄົບຄະນະບໍລິຫານງານ
ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງທີ 2 ສະໄໝທີ III

     ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ 2 ສະໄໝທີ III ດຳເນີນເປັນເວລາ 2 ວັນ ພາຍ
ໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເລຂາຄະນະພັກ, ປະທານ ສນຫລ ມາຮອດໃນຕອນບ່າຍ ວັນທີ 4 ພະຈິກ 2016 ໄດ້
ສຳເລັດລົງຢ່າງຈົບງາມ.

                                
                          
                    ພົນຈັດຕະວາ ສົມພອນ ແກ້ວມີໄຊ ເປັນປະທານກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວຄັ້ງທີ 2 ສະໄໝທີ III

     ກອງປະຊຸມໃນຄັ້ງນີ້ໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດຄຳເຫັນ, ລົງປະຊາມະຕິເປັນເອກະສັນຮັບ ຮອງເອົາບັນດາເນື້ອໃນສຳຄັນຕ່າງໆດັ່ງນີ້:
ກອງປະຊຸມໄດ້ຕີລາການຊີ້ນໍາ-ນຳພາຂອງຄະນະບໍລິຫານງານ ສນຫລ ໃນໄລຍະປີຜ່ານມາ ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ
ບົດຮຽນທີ່ຖອດຖອນໄດ້; ຮັບຮອງເອົາທິດທາງໜ້າທີ່ວຽກງານປະຈຳປີ 2017 ກະກຽມ ແລະ ຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງ ສນປລ ຄົບຮອບ 15
ປີ (09/09/2002-09/09/2017); ສືບຕໍ່ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ 6 ຮັກສາຕິດພັນກັບການແຂ່ງຂັນຮັກຊາດພັດທະນາ; ສືບຕໍ່ປັບປຸງ,
ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດເຂັ້ມແຂງດ້ານການຈັດຕັ້ງ ແລະມີແບບແຜນວິທີເຮັດວຽກທີ່ສອດຄ່ອງ; ສືບຕໍ່ວຽກງານ
ຕິດຕາມ, ກວດກາ, ສະກັດກັ້ນຕ້ານປາກົດການຫຍໍ້ທໍ້ ແລະການສໍ້ລາດບັງຫລວງພາຍໃນພັກໃຫ້ໄດ້ດີ; ສົມທົບກັບອົງການຈັດຕັ້ງພັກ-ລັດຂັ້ນສູນກາງ,
ຄະນະພັກ-ອົງການປົກຄອງທ້ອງຖິ່ນຄົ້ນຄວ້າປັບປຸງບູລະນະອົງການຈັດຕັ້ງສະຫະພັນນັກຮົບເກົ່າໃນແຕ່ລະຂັ້ນໃຫ້ເປັນຮູບປະທຳ; ສືບຕໍ່ຜັນຂະຫຍາຍວຽກ
ງານພົວພັນການຕ່າງປະເທດຂອງພັກ, ສ້າງສາຍພົວ ພັນທີ່ເປັນມູນເຊ້ືອກັບສະມາຄົມນັກຮົບເກົ່າປະເທດໃນພາກພື້ນ ແລະໃນໂລກ.

     ພ້ອມນັ້ນ,ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກຮອງປະທານປະເທດ ແຫ່ງ ສປປ
ລາວ ເຊິ່ງໄດ້ເນັ້ນໜັກຫລາຍດ້ານ ເພື່ອໃຫ້ທິດຊີ້ນຳດ້ວຍເນື້ອໃນເລິກເຊິງທີ່ຄະນະບໍລິຫານງານ ສນຫລ ຕ້ອງໄດ້ນຳໄປຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ
ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.