ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊີ້ນຳວຽກງານຢູ່ກອງ “ ກ 5

     ໃນວັນທີ 2 ພະຈິກ 2016 ນີ້, ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢູ່ກອງ “ກ 5”
ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການເມືອງກອງ “ກ 5” ພ້ອມຄະນະ ໃຫ້ກຽດຕ້ອນຮັບດ້ວຍ
ຄວາມອົບອຸ່ນ.

                                
                          
                                                                            ພົນຕີ ພູວົງ ວົງພົມ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢູ່ກອງ 5”

     ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການເມືອງກອງ “ກ 5” ກໍໄດ້ລາຍງານສະພາບການໜ້າທີ່ພາລະ
ບົດບາດຄວາມຮັບຜິດຊອບຂອງກົມກອງໃຫ້ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບໂດຍສັງເຂບ ເປັນຕົ້ນແມ່ນຂົງເຂດວຽກງານ
ທີ່ປິ່ນອ້ອມ 4 ແຜນງານໃຫ່ຍ 26 ໂຄງການທີ່ກະຊວງປ້ອງກັນປະເທດວາງອອກ.

     ໃນໂອກາດທີ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນເທດລົງມາຄັ້ງນີ້ ສະຫາຍໄດ້ແນະນຳໃຫ້ຄະນະພັກ-ຄະນະບັນຊາກອງ “ກ 5” ຈົ່ງເພີ່ມທະວີສຶກ
ສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢູ່ພາຍໃນກົມກອງໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນມີຄຸນສົມບັດສີນທຳ
ປະຕິວັດ ມີຄວາມໜັກແໜ້ນທາງດ້ານການເມືອງເຂັ້ມແຂງທາງດ້ານການຈັດຕັ້ງ ເອົາໃຈໃສ່ໃກ້ຊິດຕິດແທດຫັນລົງກໍ່ສ້າງຮາກຖານການເມືອງ ພົວພັນກັບ
ອຳນາດການປົກຄອງທ້ອງຖິ່ນໃຫ້ເປັນປະຈຳ ຊຸກຍູ້ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຢູ່ພາຍໃນກົມກອງໃຫ້ມີບາດກ້າວ
ຂະຫຍາຍຕົວດີຂຶ້ນຕາມທິດນຳເພິ່ງຕົນເອງ ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ກົມກອງຂອງຕົນກາຍເປັນກົມກອງຮາກ
ຖານເຂັ້ມແຂງທັນສະໄໜກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ຈາກນັ້ນສະຫາຍກໍຍັງໄດ້ລົງກວດກາບັນດາໂຄງການຕ່າງໆທີ່ສຳເລັດໄປແລ້ວ ແລະ ໂຄງການທີ່ກອງ “ກ 5” ກຳລັງສຸມໃສ່ສ້າງໃຫ້ເປັນຮູບປະທຳ.