ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າການເມືອງກອງ “ ກ 1 ” ຜູ້ໃໝ່

     ໃນວັນທີ 3 ພະຈິກ 2016 ນີ້, ຢູ່ກອງ “ກ 1” ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງ “ກ 1” ຜູ້ໃໝ່ ແລະຊັບຊ້ອນໜ້າທີ່ນາຍທະຫານ
ຂັ້ນນຳພາ-ບັນຊາຈຳນວນໜຶ່ງຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ,ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະກົມວິຊາການທີ່ກ່ຽວຂ້ອງ, ຕົວແທນແຂວງໄຊສົມບູນ, ແຂວງວຽງ
ຈັນ, ບັນດາກອງບັນຊາການທະຫານແຂວງອ້ອມຂ້າງ, ອຳນາດການປົກຄອງເມືອງວັງວຽງ, ແຂກຖືກເຊີນ ແລະພະນັກງານຫຼັກແຫຼ່ງທົ່ວກອງ “ກ 1” ເຂົ້າ
ຮ່ວມ.

                                
                          
                                                               ພົນຕີວິໄລຫຼ້າຄຳຟອງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງ1” ຜູ້ໃໝ່

     ໃນພິທີ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ ໄດ້ຂຶ້ນອ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ໂດຍ
ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງຂອງກະຊວງປ້ອງກັນປະເທດ ອີງໃສ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກ
ທີ 7 ລົງວັນທີ 22 ຕຸລາ 2004. ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 347 ລົງວັນທີ 10 ຕຸລາ 2016. ນາຍົກລັດຖະມົນ
ຕີອອກຄຳສັ່ງຍົກຍ້າຍ ພັນເອກ ວົງສອນ ອິນປານພິມ ຫົວໜ້າການເມືອງກອງ “ກ 1” ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະແຕ່ງຕັ້ງ ພັນເອກ
ແສງຍືນ ລັດສະໝີ ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງຂຶ້ນເປັນຫົວໜ້າການເມືອງກອງ “ກ 1” ແລະຂໍ້ຕົກລົງຂອງກະຊວງປ້ອງກັນປະເທດຕົກລົງ
ແຕ່ງຕັ້ງ ພັນໂທ ວົງຈັນ ພັນຈັນທະມານ ຮອງຫົວໜ້າຫ້ອງການເມືອງ ຂຶ້ນເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງກອງ “ກ 1” ແລະ
ແຕ່ງຕັ້ງ ພັນໂທ ສຸດໃຈ ເຈີບົວແພງ ຫົວໜ້າພະແນກໂຄສະນາອົບຮົມ ຂຶ້ນເປັນຮອງຫົວໜ້າ ຫ້ອງການເມືອງ. ໃນໂອກາດນີ້ ທ່ານ ພົນຈັດຕະວາ ວໍລະ
ສານ ວິລັດດາວົງ ຫົວໜ້າກົມຈັດຕັ້ງພັກ ກໍໄດ້ຂຶ້ນອ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງປ່ຽນແທນເລ
ຂາຄະນະພັກ ແລະກຳມະການຄະນະພັກກອງ “ກ 1”, ໂດຍແຕ່ງຕັ້ງບົ່ງຕົວ ພັນເອກ ແສງຍືນ ລັດສະໝີ ເປັນເລຂາຄະນະພັກ ແລະພັນໂທ ວົງຈັນ ພັນ
ຈັນທະມານ ເປັນກຳມະການຄະນະພັກກອງ “ກ1”.

     ໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ ແລະຍົກ
ຍ້າຍໄປຮັບໜ້າທີ່ໃໝ່ ເຊິ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງຄວາມສາມັກ ຄີເປັນປຶກແຜ່ນ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກ
ເປັນໝູ່ຄະນະບຸກຄົນຮັບຜິດຊອບ ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ນຳ
ພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງເລິກເຊິງ, ຮູ້ຈຳແນກມິດສັດຕູ.
ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ເພື່ອນຳພາກົມ ກອງກ້າວຂຶ້ນສູ່ຜົນສຳເລັດອັນໃໝ່ ແລະເຕີບໃຫຍ່ຂະຫຍາຍຕົວ, ມີ
ຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ.