ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວນຄືນມູນເຊື້ອວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດພິທີປາຖະກະຖາວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ
(13/12/ 1996-13/12/2016) ຂຶ້ນໃນວັນທີ 2 ພະຈິກ 2016 ນີ້ີ້, ໂດຍການເປັນປະທານ ແລະປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ສົມພອນ
ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ອະດີດຫົວໜ້າການເມືອງ ວປກ, ມີສະຫາຍ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການ
ເມືອງ ວປກ, ມີຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບທົ່ວວິທະຍາຄານເຂົ້າຮ່ວມ.

                                
                          
                  ພົນຈັດຕະວາ ສົມພອນ ແກ້ວມີໄຊ ເປັນປະທານພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ

     ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ກໍໄດ້ຍົກໃຫ້ເຫັນປະຫວັດ ແລະຄວາມເປັນມາຂອງວິທະຍາຄານປ້ອງກັນຊາດ ໄກສອນ
ພົມວິຫານ ຕະຫຼອດໄລຍະ 20 ປີ ຜ່ານມາທີ່ວິທະຍາຄານ ວປກ ມີພາລະບົດບາດເປັນສູນກາງ ແລະບຳລຸງພະນັກງານນຳພາບັນຊາຂັ້ນກາງ, ຂັ້ນສູງຂອງ
ກອງທັບ ແລະບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ພະນັກງານການນຳຂັ້ນສູງພັກ-ລັດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງທີ່ເຫັນ
ວ່າມີຄວາມຈຳເປັນບົນເສັ້ນທາງແຫ່ງການກຳເນີດ ແລະຂະຫຍາຍຕົວໂດຍຜ່ານຂະບວນວິວັດການປະຕິ ບັດໜ້າທີ່ການເມືອງໃນແຕ່ລະໄລຍະຄື: ນັບແຕ່
ສ້າງຕັ້ງເປັນໂຮງຮຽນກົມມະດຳໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານມາເຖິງສະໄໝສັນຕິພາບ ເຊິ່ງແມ່ນສະໄໝປະຕິບັດ 2 ໜ້າທີ່ຍຸດທະສາດ
ຂອງພັກຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດມາເຖິງປັດຈຸບັນ, ວິທະຍາຄານ ວປກ ຍາມໃດກໍ່ຕັ້ງໜ້າເສີມຂະຫຍາຍມູນ ເຊື້ອອັນສະ
ຫງ່າງາມຂອງຕົນໄວ້ຢ່າງໝັ້ນຄົງ. ຕະຫຼອດໄລຍະຜ່ານມາເຖິງປັດຈຸບັນທາງວິທະຍາຄານໄດ້ສ້າງພະນັກງານທັງໝົດ 4.557 ສະຫາຍ ນີ້ແມ່ນວິວັດທະນາ
ການແຫ່ງການກໍ່ສ້າງ ແລະປັບປຸງບູລະນະໂຮງຮຽນການທະຫານຂອງກອງທັບປະຊາຊົນລາວ ເຊິ່ງນັບຕັ້ງແຕ່ກໍ່ຕັ້ງຈົນເຖິງປັດຈຸບັນເຫັນໄດ້ວ່າຍ້ອນການເອົາ
ໃຈໃສ່ຂອງພັກ, ລັດຖະບານ ແລະກະຊວງປ້ອງກັນປະເທດພວກເຮົາ ຈຶ່ງເຮັດໃຫ້ລະບົບໂຮງຮຽນການທະຫານຂອງລາວເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ.