ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານກົມປ້ອງກັນພາຍໃນຮັກສາໄດ້
ກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ 8 ສະໄໝຕິດຕໍ່ກັນ

     ຄະນະພັກຮາກຖານກົມປ້ອງກັນພາຍໃນກົມໃຫຍ່ການເມືອງກອງທັບ ໄດ້ດຳເນີນກອງປະຊຸມ ຄັ້ງທີ VII ໃນວັນທີ 3 ພະຈິກ 2016 ນີ້, ໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເຊິ່ງມີຄະນະໜ່ວຍພັກ ແລະສະມາຊິກພັກໃນທົ່ວກົມ ພ້ອມດ້ວຍຕົວແທນຈາກຮາກຖານພັກກົມກອງອ້ອມຂ້າງເຂົ້າຮ່ວມ.

                                
                          
     ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານກອງປະຊຸມ ຄັ້ງທີ VII ຂອງຄະນະພັກຮາກຖານ ກົມປ້ອງກັນພາຍໃນຮັກສາໄດ້ກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ 8 ສະໄໝຕິດຕໍ່ກັນ

     ກອງປະຊຸມດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມປ້ອງກັນພາຍໃນກອງທັບ ໄດ້ຍົກໃຫ້
ເຫັນໃນບົດລາຍງານການເມືອງວ່າ: ຜ່ານການເຄື່ອນໄຫວວຽກງານ ວິຊາສະເພາະໃນໄລຍະຜ່ານມາ, ການກໍ່ສ້າງພັກ-ພະນັກງານ, ການສ້າງກອງແຂງໜ່ວຍ
ພັກຮູ້ນຳພາຮອບດ້ານ ແລະຂະບວນການຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມ, ໃນໄລຍະຜ່ານມາໃນນັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາເຮັດວຽກງານພັກ
ວຽກງານການເມືອງ ຮັບປະກັນແກ່ການເຄື່ອນໄຫວເຮັດວຽກງານມະຫາພາກໄດ້ຮັບຜົນດີປະກອບສ່ວນເຮັດໃຫ້ກອງທັບມີຄວາມສະຫງົບປອດໃສໜັກ
ແໜ້ນທາງດ້ານການເມືອງແນວຄິດ, ກ້າວຂຶ້ນຕາມທິດຫັນເປັນແບບແຜນທັນສະໄໝ, ໂດຍກຳແໜ້ນ 5 ຫຼັກການ 3 ທິດນຳຂອງພັກເຂົ້າໃນໜ້າທີ່ການ
ເມືອງທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສ້າງແບບແຜນວິທີເຮັດວຽກ, ວິທີນຳພາບັນຊາທີ່ດີມີວິທະຍາສາດ, ຍົກສູງພາລະບົດບາດຄວາມ
ເປັນແບບຢ່າງຕໍ່ໜ້າທີ່ຂອງຖັນແຖວສະມາຊິກພັກ-ພະນັກງານໃນທຸກຂະບວນການວຽກງານ, ເຊິ່ງຜ່ານພຶດຕິກຳ ແລະການນຳພາຕົວຈິງໃນ 3 ປີ ຜ່ານມາ
ສາມາດຕີລາຄາຄຸນນະພາບດ້ານການເມືອງແນວຄິດທົ່ວຄະນະພັກຮາກຖານແມ່ນມີຄວາມສະຫງົບປອດໃສ ສາມາດໄດ້ຮັບການຢັ້ງຢືນຈາກຄະນະພັກກະ
ຊວງປ້ອງກັນປະເທດເປັນກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ 8 ສະໄໝຕິດຕໍ່ກັນແມ່ນໜ່ວຍພັກຂອງອົງການກົມ, ສຳລັບໜ່ວຍພັກແຂງດ້ານໃດດ້ານ
ໜຶ່ງມີ 3 ໜ່ວຍພັກຄື: ໜ່ວຍພັກ “ຄ 987”, ໜ່ວຍພັກກອງ “ຄ 989” ແລະໜ່ວຍພັກໜ່ວຍງານ 993. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະ
ນະພັກຮາກຖານຊຸດໃໝ່ໄດ້ຕາມຄາດໝາຍ.