ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ
ສະຫະພັນນັກຮົບເກົ່າແຫ່ງຊາດລາວຄັ້ງທີ 2 ສະໄໝທີ III

     ຕອນເຊົ້າວັນທີ 3 ພະຈິກ 2016 ນີ້, ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຄັ້ງທີ 2 ສະ
ໄໝທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ສນຫລ, ນະຄອນຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ສົມ
ພອນ ແກ້ວມີໄຊ ເລຂາຄະນະພັກ ປະທານ ສນຫລ.

                                
                          
                    ພົນຈັດຕະວາ ສົມພອນ ແກ້ວມີໄຊ ເປັນປະທານກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວຄັ້ງທີ 2 ສະໄໝທີ II 

     ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານ ສນຫລ ໃນນາມປະທານກອງປະຊຸມໄດ້ກ່າວບາງຕອນວ່າ: “ມື້ນີ້, ກອງປະຊຸມສະໄໝສາມັນຄົບຄະ
ນະບໍລິຫານງານ ສນຫລ ຄັ້ງທີ 2 ສະໄໝທີ III ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ທົ່ວປວງຊົນລາວບັນດາເຜົ່າ
ແລະຖັນແຖວນັກຮົບເກົ່າໃນທົ່ວປະເທດພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ
ທີ VIII ແລະມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະບັນດາກອງປະຊຸມປິ່ນອ້ອມ
ອື່ນໆ. ສຳລັບ ສນຫລ ແມ່ນໄລຍະປີທຳອິດຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຢ່າງຕັ້ງໜ້າຄຽງຄູ່ກັບການກະກຽມຈັດ
ຕັ້ງງານສະເຫລີມສະຫລອງວັນສ້າງຕັ້ງ ສນຫລ ຄົບຮອບ 15 ປີ ໃຫ້ມີເນື້ອໃນເລິກເຊິ່ງ ແລະເປັນຂະບວນຟົດຟື້ນ”.

     ກອງປະຊຸມດັ່ງກ່າວນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນສຳລັບຊີວິດການເມືອງຂອງຄະນະບໍລິຫານງານ ສນຫລ, ບັນດາຜູ້ແທນກອງປະຊຸມ
ຈະໄດ້ພ້ອມກັນສະຫລຸບສັງເກດຕີລາຄາ ແລະທົບທວນຢ່າງເລິກເຊິ່ງຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງ
ທີ III,ມະຕິກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 1 ສະໄໝທີ III, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ
ພ້ອມກັນຕີລາຄາຄືນການຊີ້ນຳ-ນຳພາຂອງຄະນະບໍລິຫານງານ ສນຫລ ໃນປີຜ່ານມາ; ຄົ້ນຄວ້າເປັນເອກະພາບກັນຮັບຮອງເອົາທິດທາງໜ້າທີ່ວຽກງານ
ປະຈຳປີ 2017, ປະກອບຄຳຄິດຄຳເຫັນ ແລະເອກະພາບຮັບຮອງເອົາຮ່າງວິໄສທັດຮອດປີ 2030, ຍຸດທະສາດ 2025, ແລະທິດທາງວຽກງານຈຸດສຸມ
ແຕ່ນີ້ຫາປີ 2020 ຂອງ ສນຫລ; ຄົ້ນຄວ້າ, ເອກະພາບກ່ຽວກັບເນື້ອໃນການກະກຽມຈັດຕັ້ງສະເຫຼີມສະຫລອງວັນສ້າງຕັ້ງ ສນຫລ ຄົບຮອບ 15 ປີ
(09/09/ 2002-09/09/2017); ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ສນຫລ ແລະວຽກງານອື່ນໆທີ່ສຳຄັນອີກຈຳນວນໜຶ່ງ,
ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ.