ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນສະມາຄົມນັກຮົບເກົ່າສາຍພູຫຼວງຫວຽດນາມຢ້ຽມຢາມກອງ “ ຂ 702 ”

     ໃນວັນທີ 30 ຕຸລາ 2016 ທີ່ຜ່ານມາ, ຄະນະຜູ້ແທນສະມາຄົມນັກຮົບເກົ່າ (ສາຍພູຫຼວງ) ແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍສະຫາຍ ພັນເອກ
ຮ່ວາງ ແອັງຕ້ວນ ຮອງປະທານສະມາຄົມນັກຮົບເກົ່າ (ສາຍພູຫຼວງ) ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງ “ຂ 702” ເປັນກຽດຕ້ອນຮັບຄະນະດັ່ງກ່າວໂດຍ
ແມ່ນສະຫາຍ ພັນໂທ ຄຳຫຼ້າ ສິມມະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງ “ຂ 702” ໄດ້ກ່າວລາຍງານສະພາບກົມກອງໂດຍສັງເຂບ ພ້ອມທັງໄດ້
ກ່າວສະແດງຄວາມຍິນດີ ແລະຊົມເຊີຍໃນການມາຢ້ຽມຢາມຂອງຄະນະຜູ້ແທນສະມາຄົມນັກຮົບເກົ່າ (ສາຍພູຫຼວງ) ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ມັນ
ເປັນການເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງສອງຊາດລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
                          
                        ພັນເອກn ຮ່ວາງ ແອັງຕ້ວນ ຮອງປະທານສະມາຄົມນັກຮົບເກົ່າ (ສາຍພູຫຼວງ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກອງ “ຂ 702”
     ໃນໂອກາດດັ່ງກ່າວສະຫາຍ ພັນເອກ ຮວ່າງ ແອັງຕ້ວນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນໂທ ຄຳຫຼ້າ ສິມມະວົງ ພ້ອມດ້ວຍຄະນະ ທີ່ໃຫ້
ກຽດຕ້ອນຮັບຄະນະດ້ວຍຄວາມອົບອຸ່ນ ແລະເປັນກັນເອງ, ສະຫາຍຍັງໄດ້ກ່າວເຖິງຄວາມສາມັກຄີຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ
ເຊິ່ງມີມູນເຊື້ອທີ່ເຄີຍມີມາຍາວນານຕໍ່ສູ້ຮ່ວມອຸດົມການດຽວ, ຮ່ວມຂຸມຄອງສູ້ຮົບ, ຕີສັດຕູໂຕດຽວກັນ, ເຂົ້າເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນກິນ, ປະ
ທານໂຮຈິມີນໄດ້ເວົ້າວ່າ: ຄວາມຮັກໝາຍໝັ້ນຫຼາຍສັນພູກໍປີນໄຕ່ຫຼາຍນ້ຳໃຫຍ່ທັງໂຄກຄ້ອຍຂວາງຂັ້ນກໍດຸ່ງໄປສອງຊາດລາວ-ຫວຽດນາມໄດ້ຝັງຮັກຢູ່
ໃນໃຈຮົງຮ່າ ທັງແມ່ຂອງບໍ່ເລິກປູນປານໃດ.