ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ໂອ້ລົມຄະນະພັກ-ຄະນະອຳນວຍການໂຮງຮຽນວຽງໄຊ

     ໃນວັນທີ 2 ພະຈິກ 2016 ນີ້, ທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງພົບປະໂອ້ລົມຄະນະພັກ-
ຄະນະອຳນວຍການໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ອິນຫວນ ວໍລະສານ ເລຂາຄະ
ນະພັກ, ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນ.

 
ພົນຕີ ພູວົງ ວົງພົມ ໂອ້ລົມຄະນະພັກ- ຄະນະອຳນວຍການໂຮງຮຽນວຽງໄຊ

     ໂອກາດດຽວກັນນີ້, ພັນໂທ ພູເວີນ ວົງຄໍາຊາວ ຄະນະພັກໂຮງຮຽນ, ຫົວໜ້າຫ້ອງພະລາທິການ ກໍໄດ້ຕາງໜ້າຄະນະຂຶ້ນລາຍງານສະພາບຈຸດພິເສດທີ່
ຕັ້ງ, ພາລະບົດບາດ ແລະໜ້າທີ່ຕົ້ນຕໍຂອງໂຮງຮຽນເວົ້າລວມ ເວົ້າສະເພາະແມ່ນວຽກງານພະລາທິການ-ເຕັກນິກ ເປັນຕົ້ນແມ່ນວຽກງານຮັບປະກັນຊີວິດ
ການເປັນຢູ່ແມ່ນມີຄວາມຮັບປະກັນ 100% ຂອງວຽກງານໃນທົ່ວກົມກອງ ນັກຮຽນໄດ້ກິນເຂົ້າມື້ໜຶ່ງ 3 ຄາບ ມີອານຫານ 3-4 ເຍື່ອງຕໍ່ຄາບ, ພ້ອມນີ້
ສະຫາຍຍັງໄດ້ລາຍງານກ່ຽວກັບການຜະລິດຂອງກົມກອງເຊັ່ນ: ການລ້ຽງໝູ, ລ້ຽງປາສະໜອງເຂົ້າເຮືອນ ຄົວລວມໂຮງຮຽນໄດ້ຢ່າງຕໍ່ເນື່ອງ. ແຜນການ
ທີ່ຈະສືບຕໍ່ໃນຕໍ່ໜ້າເປັນຕົ້ນແມ່ນແຜນການລ້ຽງສັດໃຫຍ່ (ງົວ), ແຜນການເຮັດໂຮງສີເຂົ້າ, ແຜນປັບປຸງເນື້ອທີ່ດິນໜອງເຂືອງ ແລະດິນຢູ່ບ້ານແກ້ງເກຍ
ເມືອງບາຈຽງແຂວງຈຳປາສັກ ເຂົ້າໃນການປູກຝັງ-ລ້ຽງສັດໃຫຍ່. ພ້ອມນີ້ກໍໄດ້ສະເໜີໃຫ້ຂັ້ນເທິງຊ່ວຍໃນການປັບປຸງພື້ນຖານໂຄງລ່າງຈຳນວນໜຶ່ງ ເປັນ
ຕົ້ນແມ່ນທາງດ້ານວັດຖຸ-ອຸປະກອນຮັບໃຊ້, ຫ້ອງຮຽນຂອງນັກຮຽນ 16 ຫ້ອງ ແລະອື່ນໆທີ່ຈຳເປັນຂອງໂຮງຮຽນໃຫ້ມີສະພາບດີຂຶ້ນ.

     ໂອກາດດັ່ງກ່າວ ທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນຫຼາຍບັນຫາໂດຍສະເພາະທ່ານ
ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການໂຮງຮຽນແຕ່ລະສະຫາຍກ່ອນອື່ນໝົດແມ່ນຕ້ອງເຕົ້າໂຮມໃຫ້ໄດ້ຄວາມສາມັກຄີມີຄວາມເປັນເອກະພາບ
ອັນແໜ້ນໜາ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບໃຫ້ມີແນວຄິດການເມືອງໜັກແໜ້ນມີຫົວຄິດປະດິດສ້າງ ເຮັດໃຫ້ໂຮງຮຽນມີບາດກ້າວຂະ
ຫຍາຍຕົວ.