ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງຊຸດທີ VI

     ໃນວັນທີ 2 ພະຈິກ 2016 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດຊຸດບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ຊຸດທີ VII ຂຶ້ນ.
ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານການເມືອງ, ກົມໃຫຍ່ການເມືອງກອງທັບ, ມີຄະນະກົມ,
ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພະນັກງານທີ່ກ່ຽວຂ້ອງ, ຕະຫຼອດຮອດບັນດານັກເຝິກອົບຮົມເຂົ້າຮ່ວມ.

                                
                          

     

     ໂອກາດດັ່ງກ່າວ ສະຫາຍ ພັນໂທ ບົວຈັນ ນວນແກ້ວ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການເປີດຊຸດເຝິກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຊຸດທີ VII ຢູ່ ວປກ ປະຈຳປີ 2016 ແລະເອກະສານກ່ຽວກັບການເຝິກອົບຮົມ, ບັນດາ
ຂໍ້ກຳນົດກົດລະບຽບຕ່າງໆຂອງນັກສຶກສາ, ຕະຫຼອດຮອດນະໂຍບາຍຕ່າງໆ ສຳລັບກຳນົດເວລາໃນການຮ່ຳຮຽນແມ່ນມີທັງໝົດ 90 ກວ່າວັນ ເຊິ່ງວ່າມີບຸກ
ຄະລາກອນເຂົ້າຮ່ວມຝຶກອົບຮົມທັງໝົດ: 40 ສະຫາຍ ທີ່ມາຈາກແຕ່ລະກົມກອງທົ່ວປະເທດ ການເຝຶກອົບຮົມໃນຄັ້ງນີ້ກໍເພື່ອເປັນການປັບປຸງທາງດ້ານ
ຄວາມຮັບຮູ້ທາງດ້ານທິດສະດີ, ເນື້ອໃນ ແລະວິທີຈັດຕັ້ງປະຕິ ບັດຂອງວຽກງານກໍ່ສ້າງຮາກຖານຂອງຜູ້ທີ່ເຮັດວຽກງານດັ່ງກ່າວໃຫ້ມີຄວາມໜັກແໜັ້ນ
ເຂັ້ມແຂງ ແລະເປັນລະບຽບຮຽບຮ້ອຍໃນການປະຕິບັດໜ້າທີ່ສອດຄ່ອງ-ແທດເໝາະກັບສະພາບຕົວຈິງຂອງແຕ່ລະກົມກອງທ້ອງຖິ່ນ.

     ສະຫາຍ ພົນຈັດຕະວາ ບົວໄລ ພົມມາວົງ ໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມແຕ່ລະສະຫາຍ ຈົ່ງເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງເຂົ້າໃນການ
ຄົ້ນຄວ້າຮ່ຳຮຽນ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ອຸ່ນອຽນ, ທຸ່ນທ່ຽງຕໍ່ໜ້າທີ່ການຮຽນ, ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງວິທະຍາ
ຄານຢ່າງເຂັ້ມງວດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ແຂ່ງຂັນກັນຮ່ຳຮຽນ ແລະສ້າງຂະບວນການຕ່າງໆ ເພື່ອເປັນການສ້າງຜົນງານຂ່ຳນັບ
ຮັບຕ້ອນວັນສ້າງຕັ້ງ ວປກ ຄົບ 20 ປີທີ່ຈະມາເຖິງໃຫ້ຟົດຟື້ນ.