ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງກອງ “ ຄ 35 ” ປືນໃຫຍ່ໜ້າດິນ
ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ

     ພິທີປະກາດສ້າງຕັ້ງກອງ “ຄ 35” ປືນໃຫ່ຍໜ້າດິນຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2016 ນີ້,
ຢູ່ໃນສະຖານທີ່ກອງຮ້ອຍດັ່ງກ່າວ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫ່ຍເສນາທິ ການກອງທັບ ພ້ອມດ້ວຍຄະນະ, ມີສະຫາຍ ພົນຈັດຕະວາ ບົວວັນ ເພັງບຸນທັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ
ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງ, ບັນດາແຂກທີ່ຖືກ
ເຊີນຈາກກຳລັງຫຼວງ ແລະພາກສ່ວນຕ່າງໆເຂົ້າຮ່ວມ.

                                
                          
                        ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານປະກາດສ້າງຕັ້ງກອງ 35” ປືນໃຫ່ຍໜ້າດິນຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ

     ໃນພິທີ ພັນໂທ ບຸນເພັງ ເທບພະພອນ ຮອງກົມກໍາລັງພົນກົມໃຫ່ຍເສນາທິການກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ ສະ
ບັບເລກທີ 1355/ກສນ ລົງວັນທີ 12 ກໍລະກົດ 2016 ວ່າດ້ວຍ ການສ້າງຕັ້ງກອງຮ້ອຍປືນໃຫ່ຍໜ້າດິນຂຶ້ນກັບກອງບັນຊາການທະຫານແຂວງສະຫວັນ
ນະເຂດ. ຈາກນັ້ນ ພັນໂທ ວິລະວົງ ມະນີແສງ ຄະນະພັກ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງສະຫັວນະເຂດ, ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ
ວ່າດ້ວຍການແຕ່ງຕັ້ງພະແນກປືນໃຫ່ຍໜ້າດິນຂຶ້ນກັບຫ້ອງເສນາທິການກອງບັນຊາການທະຫານແຂວງສະຫວັນນະເຂດ ສະບັບເລກທີ 4179/ກມທ
ລົງວັນທີ 9 ສິງຫາ 2016 ໃນນັ້ນໄດ້ແຕ່ງຕັ້ງ ພັນໂທ ຄຳພັນ ຂອມພົມມາ ເປັນຫົວໜ້າພະແນກ, ພັນຕີ ບຸນລ້ຽງ ພົມມະສິດ ເປັນຮອງພະແນກ ແລະ
ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະກອງຮ້ອຍປືນໃຫ່ຍໜ້າດິນທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດປະກອບມີ ພັນຕີ ພະນົມສິນ
ລັດຕະນະພີມພອນ ເປັນຫົວໜ້າການທະຫານ, ຮ້ອຍເອກ ບຸນເນີນ ສີບຸນເຮືອງ ເປັນຫົວໜ້າການ ເມືອງ, ຮ້ອຍໂທ ເດືອນທຸມ ມະວົງ ເປັນຮອງການທະ
ຫານ, ຮ້ອຍໂທ ສົມພູ ໄຊຍະແສງ ເປັນຮອງການເມືອງ,ຮ້ອຍເອກ ແສງສະຫວັດ ສີສະເກດ ເປັນຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ພ້ອມ
ທັງຜ່ານຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງຂອງກອງບັນຊາການທະຫານແຂວງອີກຈຳນວນໜື່ງ.

     ຕອນທ້າຍ ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທໍາ ກໍໄດ້ໃຫ້ກຽດໂອ້ລົມໂດຍໄດ້ຍົກໃຫ້ເຫັນວ່າການສ້າງ ຕັ້ງກອງຮ້ອຍປືນໃຫ່ຍໜ້າດິນໃນຄັ້ງນີ້
ແມ່ນຄວາມຈຳເປັນພາວະວິໄສອັນຮີບດ່ວນຂອງໜ້າທີ່ການເມືອງໃນໄລຍະໃຫ່ມໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດຂອງກອງທັບປະຊາຊົນລາວໃນ
ແຕ່ລະໄລຍະ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງຮອບດ້ານ, ປັບປຸງກອງທັບປະຕິວັດໃຫ້ມີລະບຽບແບບແຜນທັນສະໄຫມ, ມີຄວາມສາມາດພຽງພໍ ເພື່ອປະ
ກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ພ້ອມທັງຮຽກຮ້ອງໃຫ້ພະນັກງານນັກຮົບໃນກອງ
ຮ້ອຍດັ່ງກ່າວ ຈົ່ງເພີ່ມຄວາມສາມັກຄີໃຫ້ເປັນປືກແຜ່ນແໜ້ນໜາ ເພື່ອເຮັດໃຫ້ຂອບເຂດຂອງຕົນຮັບຜິດຊອບມີຄວາມສະຫງົບປອດໄພ 100%.