ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍທະຫານຂັ້ນສູງ 7 ທ່ານໄດ້ຮັບການເລື່ອນຊັ້ນຂຶ້ນພົນຈັດຕະວາ

     ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຂັ້ນສູງຈາກພັນເອກຂຶ້ນພົນຈັດຕະ
ວາຈຳນວນ 7 ທ່ານ, ໃນຕອນເຊົ້າຂອງວັນທີ 2 ພະຈິກນີ້, ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະປະຈຳພັກກະຊວງປ້ອງກັນປະເທດ, ຕາງໜ້າການນຳບັນດາກົມໃຫຍ່ຫ້ອງວ່າການກະຊວງ ແລະ
ວິທະຍາຄານເຂົ້າຮ່ວມ.

                                
                          
                                                  ພົນໂທຈັນ ສະໝອນ ຈັນຍາລາດ ເປັນປະທານພິທີປະກາດການເລື່ອນຊັ້ນຂຶ້ນພົນຈັດຕະວາໃຫ້ນາຍທະຫານຂັ້ນສູງ

     ກ່າວຄຳເຫັນໂອ້ລົມໃນໂອກາດປະກາດລັດຖະດຳລັດເລື່ອນຊັ້ນຄັ້ງນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ນາຍທະຫານທີ່ໄດ້ຮັບ
ການເລື່ອນຊັ້ນໃນຄັ້ງນີ້ ຈົ່ງເປັນເຈົ້າການພັດທະນາຕົນເອງໃຫ້ມີວິໄສທັດທີ່ຊັດເຈນຂອງການເປັນຜູ້ນຳພາ-ບັນຊາທີ່ດີ ເປັນແບບຢ່າງນຳໜ້າທີ່ດີໃນທຸກ
ດ້ານ ເພື່ອໃຫ້ສົມຄູ່ກັບໜ້າທີ່ ແລະຄວາມເຊື່ອໝັ້ນ ແລະໄວ້ວາງໃຈຂອງພັກ-ລັດ ແລະປະຊາຊົນທີ່ມີຕໍ່ພວກຕົນ, ທ່ານລັດຖະມົນຕີກະຊວງປ້ອງກັນ ປະ
ເທດຍັງໃຫ້ທັດສະນະອີກວ່າ: ການເລື່ອນຊັ້ນນາຍທະຫານແມ່ນເປັນການຢັ້ງຢືນເຖິງຜົນງານ ແລະຄຸນງາມ ຄວາມດີ, ຄວາມຮູ້-ຄວາມສາມາດຂອງນາຍ
ທະຫານແຕ່ລະຄົນທີ່ໄດ້ປະກອບສ່ວນໃນໜ້າທີ່ວຽກງານໃນໄລຍະຜ່ານມາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ທັງເປັນການຍົກສູງປະສິດທິພາບ,
ຄຸນະພາບຂອງວຽກງານຂອງນາຍທະຫານກ້າວຂຶ້ນຕາມທິດຫັນເປັນແບບແຜນທັນສະໄໝທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດວາງອອກ. ພ້ອມທັງຍັງ
ໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍຈົ່ງຕັ້ງໜ້າເປັນເຈົ້າການເສີມຂະຫຍາຍບົດບາດການນຳພາຂອງພັກຕໍ່ກຳລັງປະກອບອາວຸດໃຫ້ເລິກເຊິງເຖິງ
ຖອງ, ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນໝູ່ຄະນະ ແລະອົງການຈັດຕັ້ງກົມກອງໃຫ້ມີແບບແຜນວິທີເຮັດວຽກ-ວິທີນຳພາທີ່ມີ
ວິທະຍາສາດປະດິດສ້າງ ແລະສະດຸ້ງໄວ ແລະຮັບມືແກ້ໄຂຕໍ່ສະພາບການຕ່າງໆທີ່ເກີດຂຶ້ນໃຫ້ທັນເວລາ.

     ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກພັນເອກຂຶ້ນພົນຈັດຕະວາໃນຄັ້ງນີ້ລວມມີ: ພັນເອກ ພອນໃຈ ພັນທະວົງ ຫົວໜ້າກົມກົດລັບ, ພັນເອກ ບົວ
ວັນ ບຸດທະຈັນໂທ ຫົວໜ້າກົມລັດຕັງ-ຍານເກາະ, ພັນເອກ ວຽງສະ ຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກ, ພັນເອກ ສຸໄກ ພິມມະສານ ຫົວ
ໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ພັນເອກ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ພັນເອກ ລຳພອນ ນົນຈັນທະວົງ ຫົວ
ໜ້າກົມກໍ່ສ້າງ ແລະຄຸ້ມຄອງຊັບສິນ ແລະພັນເອກ ອາລຸນໄຊ ວົງຄຳວິຈິດ ຮອງຫົວໜ້າຫ້ອງວ່າການກະຊວງ.