ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງເຜີຍແຜ່ດຳລັດ
ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ

     ໃນວັນທີ 10 ຕຸລາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຜີຍແຜ່ເອກະສານດຳລັດວ່າດ້ວຍ
ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານຂຶ້ນ ໂດຍການເປັນປະທານກອງປະຊຸມເຜີຍແຜ່ຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການ
ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບຊີ້ນຳລວມແຈ້ງຊັບສິນ ແລະ ລາຍຮັບຂັ້ນກະຊວງ ມີຄະ
ນະກົມ ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານຈັດຕັ້ງເຜີຍແຜ່ເອກະສານດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ຢູ່ກົມ ວສ-ປສ ການທະຫານ

     ໂດຍປະຕິບັດຕາມການແຈ້ງການຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 4243/ກມທ ລົງວັນທີ 15 ສິງຫາ 2017 ແລະ ແຈ້ງການຂອງ
ກົມກວດກາ ກະຊວງປ້ອງກັນປະເທດ ສະບັບເລກທີ 201/ກກປທ ລົງວັນທີ 22 ສິງຫາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໜ່ວຍງານ
ການແຈ້ງຊັບສິນ-ລາຍຮັບຂອງພະນັກງານ ຄັ້ງທີ II ເພື່ອປະຕິບັດຕາມການແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1750/ກປທ ໃນການຈັດ
ຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 159/ລບ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງ ແລະ ມີປະສິດທິຜົນ ເປັນບ່ອນອີງໃຫ້ແກ່ຄະນະ
ພັກ-ຄະນະບັນຊາແຕ່ລະຂັ້ນຈັດຕັ້ງປະຕິບັດກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານໃຫ້ມີຄວາມເປັນເອກະພາບ ແລະ ເປັນເຈົ້າການໃນ
ການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານທົ່ວ ກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ກະຊວງປ້ອງກັນປະເທດ ດຳເນີນໄປຢ່າງຖືກຕ້ອງ, ຈະແຈ້ງ, ຄົບຖ້ວນຕາມທີ່ໄດ້ກຳນົດໄວ້.