ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນໃໝ່ ປະຈຳປີ 2020-2021


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານພິທີເປີດສົກຮຽນໃໝ່ ປະຈຳປີ 2020-2021

     ໃນວັນທີ 10 ກັນຍາ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີເປີດສົກຮຽນໃໝ່ ປະຈຳປີ 2020-2021, ໂດຍການເຂົ້າຮ່ວມຂອງ ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ
ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າ ການທະຫານ, ຫົວໜ້າ ກົມອົບຮົມກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຂຶ້ນຜ່ານແຜນການ,
ການຮຽນ-ການສອນ ສົກປີ 2020-2021 ເພື່ອເປັນການຍົກສູງລະດັບຄວາມຮູ້, ຄວາມສາມາດເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດຂອງລັດທິມາກ-ເລນິນ,
ແນວທາງແຜນນະໂຍບາຍຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໜ້າທີ່ການເມືອງຂອງກອງທັບ ໃນສະພາບການຮອບດ້ານໃນ ເງື່ອນໄຂ
ວິທະຍາສາດ-ເຕັກໂນໂລຊີ ຂະຫຍາຍຕົວແບບກ້າວກະໂດດ ແລະ ເປັນການສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອບດ້ານ ທັງເປັນການປັບປຸງ
ວິທີນຳພາ-ບັນຊາ, ການເຄື່ອນໄຫວ ດໍາລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ສຳລັບນັກສຶກສາ ໃນສົກປີ
2020-2021 ມີທັງໝົດ 634 ສະຫາຍ. ໃນນັ້ນ, ນັກສຶກສາເກົ່າ 238 ສະຫາຍ, ນັກສຶກສາເຂົ້າໃໝ່ 308 ສະຫາຍ, ສົກຮຽນ 2020-2021 ໄດ້ແບ່ງເປັນຫຼາຍສາຂາ
ເຊັ່ນ: ການ ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XIII, ກໍ່ສ້າງປະລິນຍາໂທ ການເມືອງ ລະບົບ 2 ປີ ຊຸດທີ XIII, ປະລິນຍາຕີ ການທະຫານ ລະບົບ 3 ປີ
ຊຸດທີ XI, ປະລິນຍາຕີ ການເມືອງ ລະບົບ 3 ປີ ຊຸດທີ XI , ກໍ່ສ້າງຍຸດທະບັ້ນຮົບຍຸດທະສາດ ລະບົບ 1 ປີ ຊຸດທີ XVII, ກໍ່ສ້າງທິດສະດີມາກ-ເລນິນ ລະບົບ 1 ປີ ຊຸດທີ
XVIII, ກໍ່ສ້າງການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີຊຸດທີ VI, ກໍ່ສ້າງການເມືອງຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີ VI, ກໍ່ສ້າງການທະຫານຂັ້ນກອງພັນນ້ອຍ ລະ
ບົບ 1 ປີ ຊຸດທີ VI, ກໍ່ສ້າງການເມືອງຂັ້ນກອງພັນນ້ອຍ ລະບົບ 1 ປີ ຊຸດທີ VI, ກໍ່ສ້າງພາສາອັງກິດຊັ້ນສູງ ລະບົບ 4 ປີ ຊຸດທີ XVI, ກໍ່ສ້າງພາສາຈີນຊັ້ນສູງ ລະບົບ 4 ປີ
ຊຸດທີ XX, ກໍ່ສ້າງພາສາຣັດເຊຍຊັ້ນສູງ ລະບົບ 3 ປີ ຊຸດທີ VI, ກໍ່ສ້າງ ພາສາຫວຽດນາມຊັ້ນສູງ ລະບົບ3 ປີ ຊຸດທີ X, ບໍາລຸງພາສາອັງກິດ ລະບົບ 10 ເດືອນ ຊຸດທີ XIV.
ໃນນີ້, ຍັງມີບຳລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ V ທີ່ຈະກະກຽມເປີດໃນພາກຮຽນ II.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາເອົາ
ໃຈໃສ່ຄົ້ນຄວ້າ, ສຶກສາຮໍ່າຮຽນໃຫ້ໄດ້ຮັບຜົນສຳເລັດຕາມແຜນການ ແລະ ຍົກສູງຄຸນທາດການເມືອງເຂົ້າໃນວຽກງານການສິດສອນໃຫ້ໄດ້ທັງປະລິມານ ແລະ ຄຸນນະ
ພາບ ເພື່ອຕອບສະໜອງໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ແລະ ພ້ອມກັນນຳເອົາບົດຮຽນມາໝູນໃຊ້ໃຫ້ໄດ້ຮັບໝາກຜົນສູງ.