ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດເອເຊຍລົງທຶນ ແລະ ພັດທະນາກໍ່ສ້າງ ມອບ​ເຄື່ອງ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ


     ນັກຂ່າວໜັງສືພິມກອງທັບ ລາຍງານວ່າ: ໃນວັນທີ 10 ກັນຍານີ້, ບໍລິສັດເອເຊຍລົງທຶນ ແລະ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ຮ່ວມກັບໂຄງການພາວະນາຊ່ວຍເຫຼືອ
ຄົນທຸກຍາກ ແລະ ໄພພິບັດແຂວງຈຳປາສັກ, ເຊິ່ງນຳໂດຍ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງອຸປະໂພກ - ບໍລິໂພກ ລວມ ມູນ
ຄ່າ 700.000.000 ກີບ ມາມອບໃຫ້ກອງພົນທີ 5 ແລະ ກອງບັນຊາການທະຫານ ແຂວງ ຈຳປາສັກ ເພື່ອນໍາໄປມອບໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພ
ພິບັດນໍ້າຖ້ວມ ໃຫ້ກຽດກ່າວຮັບໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ຮອງປະທານ
ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດມີ ຄະນະພັກຄະນະບັນຊາກອງພົນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້, ພ້ອມຈະນໍາໄປແຈກຢາຍໃຫ້ແກ່ພໍ່ແມ່ປະ
ຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ໃນແຂວງ ຈຳປາສັກ ແລະ ສະແດງຄວາມຊົມເຊີຍຕໍ່ກັບ ບໍລິສັດທີ່ເຫັນໄດ້ຄວາມສຳຄັນໃນການແບ່ງເບົາແກ້ໄຂ້ຜົນກະທົບໃນ
ເບື້ອງຕົ້ນ, ເປັນຕົ້ນແມ່ນຄວາມຕ້ອງການດ້ານສະບຽງອາຫານ ແລະ ເຄື່ອງນຸ່ງຂອງໃຊ້ຕ່າງໆຂອງພໍ່ແມ່ປະຊາຊົນ.

     ທ່ານ ພຶດສະພາ ພູມມະສັກ ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ນຳເອົາເຄື່ອງຈຳນວນດັ່ງກ່າວມາຊ່ວຍເຫຼືອໃນຄັ້ງນີ້ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ທີ່ໄດ້ຮັບຜົນ
ກະທົບຈາກໄພທຳມະຊາດນ້ຳຖ້ວມ.

     ຂ່າວຍັງໃຫ້ຮູ້ອີກວ່າ: ທາງບໍລິສັດດັ່ງກ່າວ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໄປມອບໃຫ້ຫ້ອງວ່າການປົກຄອງ ແຂວງ ຈຳປາສັກ ມີມູນຄ່າ
600.000.000 ກີບ.