ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ນຳ​ຂັ້ນສູງ ລາວ-ຫວຽດນາມ ຮ່ວມ​ພິທີ​ມອບ-ຮັບ ຫໍ​ສະພາບ​ແຫ່ງ​ຊາດລາວ ຫຼັງ​ໃໝ່


     ໃນໂອກາດທີ່ມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຕາມການເຊື້ອເຊີນຂອງ ສະຫາຍ ທອງ
ລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ, ໃນຕອນເຊົ້າວັນທີ 10 ສິງຫາ 2021 ນີ້, ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກກອມມຸຍນິດຫວຽດນາມ, ປະທານ
ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ມາຢ້ຽມຢາມ ຢູ່​ທີ່ສະພາແຫ່ງຊາດ ເພື່ອພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ, ກໍາ
ມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດລາວ ແລະ ກ່າວຄໍາປາໄສຕໍ່ກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ
IX ແລະ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ ພາຍຫຼັງທີ່ມີການກໍ່ສ້າງມາ
ເປັນໄລຍະໜຶ່ງ ແລະ ປະດັບຫຼຽນໃຫ້ແກ່ກົມກອງ ແລະ ບຸກຄົນຈໍານວນໜຶ່ງຂອງທັງສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ.

     ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ໄດ້ຮັບຊາບກ່ຽວກັບສະພາບ
ການພັດທະນາເສດຖະກິດ-ສັງຄົມຂອງລາວ, ການເຄື່ອນໄຫວປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່, ໄດ້ຕີລາຄາການ
ພົວພັນຮ່ວມມືຂອງ ສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າລະຫວ່າງສອງພັກ, ສອງລັດກໍຄື ສະພາແຫ່ງຊາດ
ທັງສອງປະເທດ. ສະຫາຍ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຢ່າງໃຫຍ່ຫຼວງ, ລ້ຳຄ່າ,
ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ.

     ພາຍຫຼັງສຳເລັດການພົບປະຢ້ຽມຢາມກັບ ສະຫາຍ ປະທານ ສະພາແຫ່ງຊາດແລ້ວ, ສະຫາຍ ຫງວຽນ ຊວນ ຟຸກ ພ້ອມດ້ວຍ ຄະນະໄດ້ເຂົ້າຮ່ວມກອງ
ປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາ ແຫ່ງຊາດ ຊຸດທີ IX, ໂດຍມີ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ການນຳຂັ້ນ
ສູງຂອງລາວເຂົ້າຮ່ວມຢ່າງຫຼວງຫຼາຍ. ສະຫາຍ ຫງວຽນ ຊວນ ຟຸກ ໄດ້ກ່າວປາໄສທີ່ສຳຄັນ ໂດຍໄດ້ມີການທົບທວນຄືນເຖິງມູນເຊື້ອແຫ່ງສາຍພົວພັນມິດ
ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ຕີລາຄາສູງບັນດາຜົນສຳເລັດຮອບດ້ານ
ຂອງ ສປປ ລາວ ທີ່ຍາດມາໄດ້ ໃນການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂທີ່ປະເທດພວມມີຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ
ພ້ອມທັງໄດ້ອວຍພອນໃຫ້ປະຊາຊົນລາວ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຊາດ ຕາມທິດສັງຄົມນິຍົມ,
ສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໂດຍສະເພາະ ເເມ່ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງ
ຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂຢາເສບຕິດທີ່ກອງປະຊຸມສະໄໝວິສາມັນຄັ້ງນີ້ ໄດ້ຮັບຮອງເອົາ. ສະຫາຍ ຍັງໄດ້ຢືນຢັນວ່າ ພັກ-ລັດ ແລະ
ປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຊຸກຍູ້ສົ່ງເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບ
ມີປະສິດທິຜົນຍິ່ງໆຂຶ້ນ.

     ພາຍຫຼັງກ່າວປາໄສຕໍ່ກອງປະຊຸມຄັ້ງວິສາມັນແລ້ວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮ່ວມກັບ ສະຫາຍ ຫງວຽນ ຊວນ ຟຸກ ເຂົ້າຮ່ວມພິທີເປີດນຳໃຊ້
ແລະ ມອບຮັບຫໍສະພາແຫ່ງຊາດ ຢ່າງເປັນທາງການ ໂດຍມີການນຳຂັ້ນສູງ, ອະດີດການນຳຂັ້ນສູງ ຂອງທັງສອງພັກ, ສອງລັດ ພ້ອມດ້ວຍສະມາຊິກສະພາ
ແຫ່ງຊາດ ຊຸດທີ IX ແລະ ຄະນະປະຈຳສະພາ ແຫ່ງຊາດ ຊຸດທີ VIII ແລະ ອະດີດການນໍາຂອງສະພາແຫ່ງຊາດຊຸດຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.

     ໃນພິທີ, ສະຫາຍ ຫງວຽນ ຊວນ ຟຸກ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ກ່າວມອບຕຶກສະພາແຫ່ງຊາດລາວຫຼັງໃໝ່ ພາຍ
ຫຼັງທີ່ມີການສ້າງມາເປັນໄລຍະໜຶ່ງ ເຊິ່ງເປັນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ
ນຳໃຊ້ ແລະ ທັງເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ. ໃນພິທີດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ
ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຂອງຂວັນອັນປະເສີດ ດັ່ງກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາ
ແຫ່ງນີ້ ໃຫ້ຄົງຢູ່ຄູ່ກັບພະທາດຫຼວງທີ່ເປັນສະຖານທີ່ສັກກາລະບູຊາຂອງປະຊາຊົນລາວຕະຫຼອດໄປ.

     ພາຍຫຼັງສຳເລັດພິທີການເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດລາວແລ້ວ, ສະຫາຍ ປະທານປະເທດ ທັງສອງກໍໄດ້ໃຫ້ກຽດປະດັບ ຫຼຽນໄຊອິດ
ສະຫຼະ ຊັ້ນ 1 ແລະ ຊັ້ນ 2 ຂອງ ສປປ ລາວ ໃຫ້ 3 ກົມກອງຂອງຝ່າຍ ຫວຽດນາມ ແລະ ປະດັບຫຼຽນໄຊແຮງງານ ຊັ້ນ 1 ແລະ ຊັ້ນ 2 ຂອງ ສສ ຫວຽດ
ນາມ ໃຫ້ບຸກຄົນຂອງຝ່າຍລາວຈຳນວນ 3 ສະຫາຍ.

     ຕໍ່ມາ ສະຫາຍ ຫງວຽນ ຊວນ ຟຸກ ແລະ ສະຫາຍ ທອງລຸນ ສີສຸລິດ ໄດ້ພ້ອມກັນເປີດແຖບຜ້າຫີນສີລາຈາລຶກ ທີ່ມີເນື້ອໃນ “ຫໍສະພາແຫ່ງຊາດ ຂອງ
ຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ” ແລະ ຮ່ວມກັນປູກຕົ້ນໄມ້ທີ່ລະນຶກເພື່ອເປັນສິລິມົງຄຸນແກ່ສະພາແຫ່ງຊາດລາວ.

     ໃນຕອນທ່ຽງຂອງວັນດຽວກັນ, ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະປະຈຳສະພາແຫ່ງ
ຊາດ ຊຸດທີ XIII ແລະ ຊຸດທີ IX ໄດ້ຈັດພາເຂົ້າສາມັກຄີ ເພື່ອຊົມເຊີຍຜົນສຳເລັດຂອງການມາຢ້ຽມຢາມລາວ ຂອງ ສະຫາຍ ຫງວຽນ ຊວນຟຸກ, ປະທານ
ປະເທດຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະ ໂດຍມີການເຂົ້າຮ່ວມຂອງ ສະຫາຍ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ຮອງປະ
ທານປະເທດ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ, ການລົງທຶນ
ແລະ ພະນັກງານການນຳຂັ້ນສູງຂອງ ລາວ ທີ່ກ່ຽວຂ້ອງຈຳນວນໜຶ່ງ.

     ພ້ອມນັ້ນ, ໃນວັນດຽວກັນ ສະຫາຍ ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງ ປະທານສະພາແຫ່ງຊາດ ແລະ ສະຫາຍ ສົມມາດ ພົນ
ເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ກໍໄດ້ມີການພົບປະກັບຄູ່ຮ່ວມຕຳແໜ່ງ ເພື່ອພ້ອມກັນປຶກສາຫາລືກ່ຽວກັບ ທິດທາງການຮ່ວມ
ມືລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/08/2021