ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນວຽກງານຊາຍແດນທົ່ວກອງທັບ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຊາຍແດນທົ່ວກອງທັບ ຄັ້ງທີ II ໄລຍະ 3 ປີ ແລະ ວາງທິດທາງແຜນການ 3 ປີ ຂອງກົມທະຫານຊາຍ
ແດນກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2018 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນ
ມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ຄະນະ
ນໍາ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ຄະນະກຳມະການຊາຍແດນ ແຫ່ງ
ຊາດກະຊວງການຕ່າງປະເທດ, ບັນດາຜູ້ແທນຈາກກົມ, ຫ້ອງການອ້ອມຂ້າງກະຊວງ ແລະ ບັນດາທະຫານແຂວງ, ພະແນກທະຫານຊາຍແດນ 17 ແຂວງ
ເຂົ້າຮ່ວມ.


ທ່ານ ພົນໂທ ສຸວອນ ເລືອງບຸນມີ ເປັນປະທານສະຫຼຸບຖອດຖອນບົດຮຽນວຽກງານຊາຍແດນທົ່ວກອງທັບ

     ໃນໂອກາດກ່າວເປີດກອງປະຊຸມ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ເຊິ່ງຈະໄດ້ຕີລາ
ຄາຄືນການຈັດຕັ້ງປະຕິບັດວຽກງານຊາຍແດນໃນທົ່ວກອງທັບ ໃນໄລຍະຊຸມປີຜ່ານມາ ແລະ ກຳນົດທິດທາງແຜນການໃນປີຕໍ່ໜ້າ ບົນຈິດໃຈແມ່ນໃຫ້ມີ
ຄວາມ ເປັນເອກະພາບໃນການຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານຊາຍແດນ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາ ໃຫ້ຖືກກັບຄວາມເປັນ
ຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບ
ສະພາບແວດລ້ອມຕົວຈິງຂອງກົມກອງໃນກົມທະຫານຊາຍແດນ ໂດຍສຸມໃສ່ຮັບປະກັນວຽກງານຊາຍແດນຕາມມະຕິຂອງຄະນະພັກ ກະຊວງປ້ອງກັນປະ
ເທດວ່າ ດ້ວຍ 4 ໜ້າໃຫຍ່ 26 ແຜນງານ ໃຫ້ປາກົດຜົນເປັນຈິງ, ຈາກນັ້ນ ບັນດາສະຫາຍຄະນະກົມ, ຫ້ອງການ ແລະ ກົມກອງຕ່າງໆ ຈະໄດ້ລາຍງານເພີ່ມ
ເຕີມກ່ຽວກັບການຈັດຕັ້ງປະຕິບັດຂົງເຂດ ວຽກງານຊາຍແດນທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບ ຂອງກົມກອງໃນໄລຍະຜ່ານມາ ແລະ ທິດທາງ
ວິທີການແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ແນໃສ່ປັບປຸງວຽກງານທະຫານຊາຍແດນກໍຄືເຫຼົ່າຮົບຊາຍແດນ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ສາມາດ
ປະຕິບັດພາລະບົດບາດ ປົກປັກຮັກສາ ແລະ ຄຸ້ມຄອງຊາຍແດນຂອງຊາດໄດ້ຢ່າງມີປະສິດທິຜົນ. ສະນັ້ນຈຶ່ງຮຽກຮ້ອງມາຍັງສະຫາຍຈົ່ງຖືເປັນສຳຄັນ ແລະ
ຍົກສູງຄວາມຮັບຜິດຊອບຂອງຕົນໃນການຄົ້ນຄວ້າຕີລາຄາສະພາບການດ້ານ ຕັ້ງໜ້າຈຸດອ່ອນຄົງຄ້າງກ່ຽວກັບການຈັດຕັ້ງວຽກງານຊາຍແດນໃຫ້ຖືກຕ້ອງ
ຕາມຄວາມເປັນຈິງຢ່າງພາວະວິໄສເພື່ອແນໃສ່ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມ.

     ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການ ກອງທັບໄດ້ຂຶ້ນຜ່ານບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິ
ບັດວຽກງານທະຫານຊາຍແດນທົ່ວກອງທັບໃນໄລຍະຊຸມປີຜ່ານມາ ໂດຍຊີ້ໃຫ້ເຫັນວ່າ: ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ກົມທະຫານຊາຍແດນ ແລະ ພະແນກ
ທະຫານຊາຍແດນແຕ່ລະຂັ້ນກໍໄດ້ ສູ້ຊົນປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງຕົນ ສຳເລັດໜ້າທີ່ຂອງຕົນຢ່າງຈົບງາມ ແລະ ສ້າງໄດ້ປະຖົມປັດ
ໄຈຂັ້ນພື້ນຖານ ເພື່ອເປັນບ່ອນອີງໃນການປັບປຸງໃຫ້ມີຄວາມເຂັ້ມແຂງທັນສະໄໝຕໍ່ໄປ, ເຊິ່ງມັນສະແດງອອກດັ່ງນີ້: ການປະກອບກຳລັງທະຫານຊາຍແດນ
ຂອງບັນດາກົມກອງໃນທົ່ວປະເທດໄດ້ບັນລຸ 80% ຂຶ້ນໄປ, ໄດ້ ສຳເລັດການປະກອບພາຫະນະ-ເຕັກນິກ, ອາວຸດ-ກະສູນ ແລະ ເຄື່ອງອຸປະກອນທີ່ຈຳເປັນ
ໃຫ້ 83 ຊຸດ, ພະນັກງານບັນຊາ 50% ໄດ້ຮັບການຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາກອງຮ້ອຍທະຫານຊາຍແດນໄດ້ມີບ່ອນອີງໃນການ
ເຄື່ອນໄຫວປະຕິບັດໜ້າທີ່ດ້ວຍນິຕິກຳທາງດ້ານກົດໝາຍເປັນຕົ້ນ: ດຳລັດຂອງນາຍົກລັດຖະມົນຕີ; ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ, ວ່າດ້ວຍທີ່ຕັ້ງ
ພາລະບົດບາດ, ໜ້າທີ່ຂອບເຂດສິດ, ຂອບເຂດຮັບຜິດຊອບ, ການເຄື່ອນໄຫວ ແລະ ໂຮງຮຽນທະຫານຊາຍແດນກອງທັບປະຊາຊົນລາວໄດ້ຮັບການສ້າງ
ຕັ້ງຂຶ້ນຢ່າງເປັນທາງການ.