ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສສຊ ລົງ​ຄະ​ແນນ​ສຽງຮັບຮອງ​ເອົາບົດ​ລາຍ​ງານ ​ແລະ
ການ​ແຕ່ງ​ຕັ້ງ​ບຸ​ຄະລາ​ກອນ​ໃນ​ກົງຈັກ​ການຈັດ​ຕັ້ງ​ຂອງ​ລັດຖະບານ


     ວັນທີ 7 ມິຖຸນາ 2019 ເປັນມື້ທີ 3 ໃນການສືບຕໍ່ດຳເນີນຕາມວາລະກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍພາຍໃຕ້ການເປັນ
ປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມສະມາຊິກລັດຖະບານ, ມີບັນດາສະມາຊິກສະພາ
ແຫ່ງຊາດ (ສສຊ) ແລະ ພະນັກງານ-ລັດຖະກອນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພາກເຊົ້າເປັນວາລະຂອງການຜັດປ່ຽນກັນຂຶ້ນໃຫ້ຄວາມກະຈ່າງແຈ້ງຂອງ ທ່ານ ປອ ສຸພັນ ແກ້ວມີໄຊ ຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ແສງເດືອນ
ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕໍ່
ຄໍາຖາມຂອງ ສສຊ. ຫລັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງຄຳເຫັນຂອງ ທ່ານ ທອງລຸນ ສີສຸລິດ ໃຫ້ຄໍາຊີ້ແຈງຕໍ່ການຊັກຖາມ, ຄຳຄິດຄຳເຫັນ ແລະ ຂໍ້ສະເໜີຕ່າງໆອັນພົ້ນ
ເດັ່ນທີ່ ສສຊ ຕັ້ງຂຶ້ນເປັນຕົ້ນແມ່ນກ່ຽວກັບຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕາ ການຊຸກຍູ້ເສດຖະກິດ ໂດຍສະເພາະມາດຕາການກ່ຽວກັບການສະກັດກັ້ນໄພ
ເງິນເຟີ້ ແລະ ປັບປຸງນະໂຍບາຍການເງິນ ແລະ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດໃນນັ້ນ, ມີ 5 ຕົວຊີ້ວັດ (ການ ຂຶ້ນທະບຽນຊັບສິນ, ການເຂົ້າເຖິງ ສິນເຊື່ອ, ການຊຳລະ
ອາກອນ, ການບັງຄັບໃຊ້ສັນຍາ ແລະ ການແກ້ໄຂການລົ້ມລະລາຍ) ບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນ ເຊິ່ງລັດຖະບານຈະໄດ້ເພີ່ມຄວາມເອົາໃຈໃສ່ໃນການຈັດຕັ້ງປະ
ຕິບັດບາງວຽກທີ່ກຳນົດໃນມາດຕາ ການກ່ຽວກັບການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍການເງິນໂດຍສະເພາະການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອ
ອໍານວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອເພື່ອການຊຳລະສະສາງ; ການພັດທະນາຕະຫລາດທຶນ ແລະ ຊຸກຍູ້ຕະຫລາດຫລັກຊັບ; ການຊຸກຍູ້, ສົ່ງເສີມ ແລະ ອໍານວຍ
ຄວາມສະ ດວກໃນການຜະລິດສິນຄ້າ. ສຳລັບການຈັດຕັ້ງປະຕິບັດມາດຕາ ການກ່ຽວກັບການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນ
ທຸລະກິດ: ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ເປັນບູ
ລິມະສິດ ແລະ ແຕ່ລະຂະແໜງການໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຊອກຫາວິທີທາງແກ້ໄຂເພື່ອປັບປຸງຕົວຊີ້ວັດທີ່ຕິດພັນກັບຂະແໜງການຕົນໃຫ້ດີຂຶ້ນໂດຍຜ່ານການປຶກສາຫາ
ລືກັນຢູ່ໃນຫລາຍກອງປະຊຸມ. ລັດຖະບານຈະບໍ່ປະປ່ອຍໃຫ້ບັນຫາສືບຕໍ່ຄ້າງຄາບໍ່ມີທາງອອກ ຈະສືບຕໍ່ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ຮັບຜິດຊອບລົງເລິກຕິດຕາມ,
ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕາການດັ່ງກ່າວ ພ້ອມທັງ, ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໃຫ້ລັດຖະບານທຸກໆ 3 ເດືອນ.

     ໃນພາກບ່າຍປະທານກອງປະຊຸມໄດ້ສະຫລຸບສັງລວມການປະກອບຄຳເຫັນຂອງ ສສຊ ຕໍ່ ບົດລາຍງານຂອງລັດຖະບານ, ພ້ອມທັງຮັບຟັງທ່ານຫົວໜ້າກອງເລຂານຸ
ການກອງປະຊຸມສະພາແຫ່ງຊາດ ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດແຜນ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ເພື່ອໃຫ້
ບັນດາ ສສຊ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ແລະ ລົງຄະແນນສຽງຮັບຮອງເອົາມະຕິດັ່ງກ່າວ. ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງລາຍງານໜັງສືສະເໜີຂອງທ່ານປະທານ
ປະເທດ ແຫ່ງ ສປປ ລາວກ່ຽວກັບການເລືອກຕັ້ງບຸຄະລາກອນ ແລະ ໜັງສືສະເໜີຂອງທ່ານນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງບຸຄະລາກອນຄືນໃໝ່ ເພື່ອສະເໜີໃຫ້
ສສຊ ພິຈາລະນາ, ປະກອບຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການເລືອກຕັ້ງ ແລະ ແຕ່ງຕັ້ງສັບຊ້ອນບຸຄະລາກອນຢູ່ໃນກົງຈັກການ
ຈັດຕັ້ງຂອງລັດຖະບານ 2 ຕໍາແໜ່ງສໍາ ຄັນດັ່ງນີ້: 1). ແຕ່ງຕັ້ງ ທ່ານ ຄໍາພາ ແສງດາລາ ຮອງປະທານ ສານປະຊາຊົນສູງສຸດຂຶ້ນເປັນ ປະທານສານປະຊາຊົນສູງສຸດ ດ້ວຍຄະ
ແນນສຽງ 108 ຄະແນນເທົ່າກັບ 81% ຂອງຈໍານວນຜູ້ແທນກອງປະຊຸມສ່ວນປະທານສານປະຊາຊົນສູງສຸດຜູ້ເກົ່າ ແມ່ນຈະໄດ້ໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງ
ການຂອງໜ້າທີ່ວຽກງານ. 2). ແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງແຂວງວຽງຈັນ ຂຶ້ນເປັນ ລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກດ້ວຍຄະແນນສຽງ
ເຫັນດີເປັນສ່ວນຫລາຍ.