ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ​ເນັ້ນ​ໃຫ້ພະນັກງານຫຼັກແຫຼ່ງ
ທີ​ເຮັດ​ວຽກ​ໂຄສະນາ​ອົບຮົມ​ເອົາ​ໃຈ​ໃສ່​ປັບປຸງ​ຄຸນ​ນະພາ​ບ​ໃຫ້​ດີ​ຂື້ນ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

     ໃນໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີ່ເຮັດວຽກງານແນວຄິດເປັນຕົ້ນແມ່ນວຽກງານໂຄ ສະນາອົບຮົມ ແລະ ສື່ມວນຊົນພາຍໃນກອງທັບ, ວັນທີ 10 ມິຖຸ
ນາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໃຫ້ທຸກພາກສ່ວນຕ້ອງສຸມ
ໃສ່ພັດທະນາໃຫ້ມີຄຸນນະພາບໜັກແໜ້ນ, ໂປ່ງໃສ່ ແລະ ທັນການໃນການປະຕິບັດໜ້າທີ່ວຽກງານຂອງຕົນ ເນື່ອງຈາກວຽກງານໂຄສະນາອົບຮົມການເມືອງແນວຄິດເປັນ
ກະບອກສຽງຂອງພັກຂອງລະບອບປະຊາທິປະໄຕປະຊາຊົນ, ກະບອກສຽງຂອງກອງທັບປະຕິວັດ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ໄລຍະຜ່ານມາ ສື່ມວນຊົນປະກອບສ່ວນຢ່າງຕັ້ງໜ້າໃນການໂຄສະນາທາດແທ້ມູນເຊື້ອຂອງກອງທັບປະຊາຊົນ
ລາວ ທີ່ມີພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາຢ່າງເດັດຂາດໂດຍກົງຮອບດ້ານ, ມູນເຊື້ອການສູ້ຮົບມານະຈິດປະຕິວັດນຳ້ໃຈເສຍສະຫຼະຢ່າງເດັດດ່ຽວ ແລະ ອົງ
ອາດກ້າຫານຕໍ່ສູ້ບໍ່ຍອມຈຳນົນກ້າເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດ ແລະ ປົດປ່ອຍປະເທດຊາດອອກຈາກແອກຄອບ
ຄອງຂອງສັດຕູ.

     ສື່ແມ່ນເຄື່ອງມືການໂຄສະນາອົບຮົມທີ່ເຈືອຈານໃນພາລະກິດ ແລະ ຫນ້າທີ່ການເມືອງຂອງທຸກຊີວິດສັງຄົມໃນຂະບວນການປະຕິວັດ ສື່ແມ່ນອາວຸດທີ່ແຫລມຄົມ
ນອກຈາກໂຄສະນາປຸກລະດົມຂົນຂວາຍປະຊາຊົນຕໍ່ສູ້ແລ້ວຍັງເປັນຜູ້ເຜີຍແບທາດແທ້ຂອງຜູ້ຮຸກຮານເປັນຜູ້ຂູດເກົາເຝົາລ້າງຈຸດອ່ອນຂໍ້ຄົງຄ້າງ ແລະ ປາກົດການຫຍໍ້ທໍ້ທີ່
ເກີດຂຶ້ນເພາະສະນັ້ນການໂຄສະນາຕ່າງໆ ຕ້ອງຈະແຈ້ງແຫຼມຄົມຫຼາຍທິດຫຼາຍລວງຫຼາຍຮູບແບບ ໂດຍຖືເອົາການອົບຮົມການເມືອງແນວຄິດເປັນກົກຮັກສາທາດແທ້ມູນ
ເຊື້ອອັນດີງາມຂອງພັກຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ.

     ຜູ້ເຮັດວຽກງານໂຄສະນາ ຫຼື ວຽກງານແນວຄິດຕ້ອງຮັກສາທາດແທ້ມູນເຊື້ອອັນດີງາມ ແລະ ເສີມຂະຫຍາຍໃຫ້ໄດ້ບົດບາດການນຳພາຂອງພັກໃຫ້ທຸກຂົງເຂດຊີວິດ
ວຽກງານ. ໃນນັ້ນຕ້ອງຖືເອົາແນວທາງນະໂຍບາຍຂອງພັກເປັນກົກລັດທິມາກ-ເລນິນ ທິດສະດີປະຕິວັດເປັນພື້ນຖານຢາກເຮັດໄດ້ແນວນັ້ນທຸກຄົນ ຕ້ອງຕື່ນຕົວ ແລະ ມີ
ຫົວຄິດປະດິດສ້າງໃຫ້ຫລາຍກວ່າເກົ່າ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງເນັ້ນຕື່ມອີກວ່າ: ຜູ້ທີ່ເຮັດວຽກງານໂຄສະນາ ຫຼື ວຽກງານແນວຄິດຕ້ອງກຳແຫນ້ນລັກສະນະພັກ, ລັກສະນະຊົນຊັ້ນ,
ຄວາມຈິງພາວະວິໄສ, ວິທະຍາສາດ, ລັກສະນະຕໍ່ສູ້ ແລະ ລັກສະນະມະຫາຊົນເປັນກົກ.

     ວຽກງານແນວຄິດຕ້ອງຕິດພັນກັບພາລະກິດປົກປັກຮັກສາຄວາມເປັນເອກະລາດອຳນາດອະທິປະໄຕ ລະບອບການເມືອງ, ວັດທະນະທຳ-ສັງຄົມ ສິ່ງແວດລ້ອມ, ຕິດ
ແທດກັບຕົວຈິງວິທະຍາສາດເຮັດຢ່າງລຽນຕິດເປັນປະຈຳຫລາຍຮູບຫລາຍສີທັງຢູ່ໃນທ່າເປັນເຈົ້າການ, ມີການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ-ຄະ ນະບັນຊາ ຕິດພັນກັບ
ວຽກງານນະໂຍບາຍທີ່ແທດເໝາະສົມເຫດສົມຜົນ ຖືເອົາວຽກງານໂຄສະນາເປັນຂອງມະຫາຊົນ.