ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ - ປະຫວັດສາດ ການທະຫານ
ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມກອງ ຄົບຮອບ 15 ປີ


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີສະເຫຼີມສະຫຼອງ
ວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດຄົບຮອບ 15 ປ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ (ກົມ ວສ-ປສ) ກະຊວງປ້ອງກັນປະເທດ ຄົບຮອບ 15 ປີ (10 ມິຖຸ
ນາ 2003 - 10 ມິຖຸນາ 2018) ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນເຊົ້າວັນທີ 8 ມິຖຸນາ 2018 ນີ້, ຢູ່ທີ່ສະໂມສອນກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຄະນະນໍາກົມໃຫຍ່, ບັນດາຜູ້ຕາງໜ້າຫ້ອງການ, ກົມກອງ, ບັນດາພະນັກງານ-ອາວຸໂສບຳນານ, ມີຄະນະພັກ, ພະນັກງານຫຼັກແຫຼ່ງພາຍໃນກົມ ແລະ ບັນ
ດາແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ຂຶ້ນເລົ່າຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 15 ປີຜ່ານມາ

     ໃນພິທີ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະເທດ ໄດ້ຂຶ້ນເລົ່າຫວນຄືນມູນເຊື້ອ
ແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 15 ປີຜ່ານມາ ເຊິ່ງພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນກົມກອງກໍໄດ້ຖືກມອບໝາຍໜ້າທີ່ອັນໜັກໜ່ວງ,
ມີກຽດສະຫງ່າຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືກະຊວງປ້ອງກັນປະເທດ ເຮັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະໄລຍະປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງກົມ ວປ-ປສ ການທະຫານ ກໍໄດ້ຕັ້ງໜ້າປະຕິບັດໜ້າທີ່ຮັບໃຊ້ໜ້າທີ່ການເມືອງຕໍ່ກອງທັບ ແລະ ປະຊາຊົນບັນດາ
ເຜົ່າ, ມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ ເຖິງແມ່ນຈະພົບຄວາມຫຍຸ້ງຍາກບໍ່ໜ້ອຍໂດຍສະເພາະການກຳນົດພາລະບົດບາດ, ໜ້າທີ່, ຂອບເຂດ
ສິດຢ່າງຮີບດ່ວນພາຍໃຕ້ການຊີ້ນຳຂອງຄະນະພັກກະຊວງປ້ອງກັນປະເທດ ເຊິ່ງມີສິດ, ໜ້າທີ່, ພາລະບົດບາດເທົ່າທຽມກັບກົມໃຫຍ່ ມີພະແນກການ, ຂະ
ແໜງການ, ຫ້ອງການ, ສະພາວິທະຍາສາດ-ປະຫວັດສາດຂັ້ນຮາກຖານຕະຫຼອດ 15 ປີຜ່ານມາ, ສາມາດສ້າງໄດ້ຜົນງານຫຼາຍດ້ານ ເປັນຕົ້ນ: ໄດ້ຈັດກອງ
ປະຊຸມສຳມະນາວິທະຍາສາດໃນລະດັບຊາດ, ສາກົນ ແລະ ລະດັບກະຊວງໄດ້ 18 ກອງປະຊຸມ ແລະ ສະຫຼຸບບັ້ນຕີໄດ້ 122 ບັ້ນຕີ (ນັບທັງກຳລັງຫຼວງ-ຮອດ
ທ້ອງຖິ່ນ), ສະຫຼຸບບັ້ນຮົບໄດ້ 15 ບັ້ນຮົບ, ຂຽນປະຫວັດມູນເຊື້ອກອງທັບປະຊາຊົນລາວຄົບຮອບ 60 ປີ, 65 ປີ ແລະ ກໍາລັງຮີບໂຮມ-ຂຽນປະຫວັດມູນ
ເຊື້ອຂອງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ຊ່ວຍຂຽນ-ຮຽບຮຽງປະຫວັດມູນເຊື້ອກຳລັງຫຼວງ-ກຳລັງທ້ອງຖິ່ນໄດ້ 13 ບົດ, ຂຽນປະຫວັດມູນເຊື້ອ
ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ຜູ້ນຳພັກ-ລັດໄດ້ 21 ບົດ, ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ຈຳ
ນວນ 3 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ໜວ່ຍ ແລະ ໃບຍ້ອງຍໍຈາກພັກ-ລັດ ອີກຈຳນວນໜຶ່ງ.


ພົນໂທ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ພິທີສະເຫຼີມສະຫຼອງ
ວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດຄົບຮອບ 15 ປ

     ໃນໂອກາດເຂົ້າຮ່ວມ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ
ຂອງກົມທີ່ຍາດມາໄດ້ຕະຫຼອດ 15 ປີຜ່ານມາ, ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່ ເພື່ອປົກ
ປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ ກໍຄືຜົນງານວິລະກຳ ແລະ ມູນເຊື້ອອັນສະງ່າງາມຂອງກອງທັບ ໃນຕະຫຼອດໄລຍະທາງຂອງ
ການປະຕິບັດຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊານາຍ ແລະ ພົນທະຫານທົ່ວກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ຈົ່ງພ້ອມກັນຕັ້ງໜ້າເປັນເຈົ້າການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມີໝາກຜົນ
ຕົວຈິງ ໂດຍສະເພາະແມ່ນສຶກສາອົບຮົມການເມືອງນໍາພາແນວຄິດຕໍ່ສະພາບການໃນໄລຍະໃໝ່, ເຮັດໃຫ້ທຸກສະຫາຍກຳແໜ້ນແນວທາງນະໂຍບາຍຂອງ
ພັກ-ລັດ, ຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ, ສືບຕໍ່ເສີມຂະຫຍາຍປົກປັກຮັກສາມູນເຊື້ອອັນດີງາມຂອງກອງທັບເຮົາ ແລະ ຕີຕ້ານປາກົດການ-ກຸ່ມ
ຄົນບໍ່ຫວັງດີໃຫ້ໝົດໄປຢ່າງສີ້ນເຊີງ, ຕັ້ງໜ້າປັບປຸງກົມກອງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງເປັນກອງທີ່ມີລະບຽບ
ແບບແຜນ ແລະ ທັນສະໄໝ, ຍົກສູງບົດບາດການນຳພາສຶກສາຄົ້ນຄວ້າວິທະຍາສາດ-ປະຫວັດສາດຕ່າງໆທັງໃນ-ນອກ ໂດຍສະເພາະການນຳພາຂອງພັກຕໍ່
ກຳລັງປະກອບອາວຸດ, ນອກຈາກວຽກວິຊາສະເພາະແລ້ວ ບັນດາສະຫາຍກໍຍັງຕ້ອງຕັ້ງໜ້າເອົາໃຈໃສ່ເຝິກແອບຮ່ຳຮຽນການທະຫານສິລະປະຍຸດ-ຍຸດທະວິ
ທີຍົກສູງສະຕິລະວັງຕົວກຽມພ້ອມປະຕິບັດໜ້າທີ່ຢ່າງທັນການ, ສະກັດກັ້ນ ແລະ ຕອບຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ,
ເພີ່ມທະວີຄວາມເປັນເອກະພາບພາຍໃນກົມກອງ ແລະ ລະຫວ່າງກົມກອງກັບປະຊາຊົນປະຕິບັດມູນເຊື້ອ 3 ໜ້າທີ່ 4 ການພົວພັນຕັ້ງໜ້າຈັດຕັ້ງປະຕິບັດ
ໜ້າທີ່ຮັບປະກັນຊີ ວິດການເປັນຢູ່ຂອງກົມກອງ ແລະ ການດຳລົງຊີວິດຂອງນາຍ ແລະ ພົນທະຫານ, ປະຕິບັດຄາດໝາຍກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງ
ຄວາມເຂັມແຂງດ້ວຍຕົນເອງ ນຳພາກົມກ້າວໄປຕາມແບບແຜນ ແລະ ທັນສະໄໝເທົ່າທຽມກັບສາກົນ.


ການສະແດງສິນລະປະຮັບໃຊ້ພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ຄົບຮອບ 15 ປີ


ພາບລວມບັນຍາກາດພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ຄົບຮອບ 15 ປ