ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ

.

     ໂດຍປະຕິບັດຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໜວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ
ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີປົກປັກຮັກສາ ແລະ ພັດທະນາປະເທດຊາດ
ໃນວັນທີ 7 ພຶດສະພາ 2020 ນີ້ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປະກາດການຈັດຕັ້ງຂັ້ນຮອງຫົວໜ້າກອງບັນຊາການໂດຍການເປັນປະທານຂອງສະຫາຍ ພົນຕີ ປະ
ລີນຍາເອກ ຄໍາວົງ ພົມມະກອນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ອີນແກ້ວ ມະນີຈັນ ກໍາມະ
ການພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ບັນດາສະຫາຍຄະນະພັກກອງບັນຊາການ, ຕະຫຼອດຮອດຄະນະພັກ- ຄະນະບັນ
ຊາພະນັກງານຫຼັກແຫຼ່ງ 5 ຫ້ອງ ແລະກົມກອງອ້ອມຂ້າງເຂົ້າຮ່ວມ.

     ສະຫາຍ ພັນໂທ ບົວຄໍາ ພົມມະໄຊ ຮອງຫົວໜ້າກົມແຜນການ ກົມໃຫ່ຍພະລາທິການກອງທັບ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະ
ກອງບັນຊາການ ແລະ ຄະນະຫ້ອງຂອງກອງບັນຊາການທະຫານແຂວງຫຼວງນໍ້າທາ ໃນນີ້ແຕ່ງຕັ້ງສະຫາຍພັນໂທ ຄໍາເປີ່ງ ໄຊທະວີ ຄະນະພັກກອງບັນຊາການ ຂື້ນເປັນຮອງກອງບັນ
ຊາການ ທັງເປັນຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງສະຫາຍ ພັນໂທ ກໍາມະນີ ມິດລະແສນ ຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງພັນນ້ອຍທະຫານຮາບ 418 ມາເປັນ
ຮອງຫົວໜ້າຫ້ອງພະລາທິການ ແລະ ແຕ່ງຕັ້ງບາງພະແນກການທີ່ຂື້ນກັບຫ້ອງພະລາທິການອີກຈໍານວນໜື່ງ. ໂອກາດນີ້, ຫົວໜ້າກົມໃຫ່ຍພະລາທິການກອງທັບກໍ່ໄດ້ໂອ້ລົມ ເຊິ່ງ
ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ເນັ້ນໃຫ້ຜູ້ທີໄດ້ຮັບໜ້າທີໃໜ່ ແລະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງເພີ່ມທະວີຄວາມສາ
ມັກຄີເປັນແບບຢ່າງນໍາໜ້າໃນແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ເອົາໃຈໃສ່ສືກສາອົບຮົມການເມືອງນໍາພາແນວຄິດເປັນບັນຫາສໍາຄັນຕິດພັນກັບໜ້າທີ່ວິຊາສະເພາະຂອງ
ຕົນ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໄປພ້ອມກັນອອກແຮງຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ແລະ ປອດໄພ
ໂດຍພື້ນຖານນຳພາກົມກອງຂອງຕົນກ້າວຂຶ້ນຕາມແບບແຜນ ແລະ ທົນສະໄໝ.

     ໂອກາດດັ່ງກ່າວກໍ່ໄດ້ມອບເຄື່ອງອຸປະກອນການແພດໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ 19 ຈໍານວນໜື່ງໃຫ້ກອງບັນຊາການ
ທະຫານແຂວງຫຼວງນໍ້າທາຕື່ມອີກ.