ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາຮາກຖານພັກອົງການ 5 ຫ້ອງກອງພົນທີ 3
ຈັດກອງປະຊຸມຢັ່ງຫາງສຽງຄະນະພັກຮາກຖານຮອບທີ 1

     ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ສະບັບເລກທີ 73/ກຈພ ລົງວັນທີ 5 ມີນາ 2018 ວ່າດ້ວຍການ
ກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ ກໍຄືທິດທາງແຜນ ການກະກຽມດຳເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການສ້າງກົມກອງ
ຮາກຖານ, ເຂັ້ມແຂງໜ່ວຍພັກຮູ້ນຳພາຮອບດ້ານ, ປີ 2017 ແລະ ສືບຕໍ່ຊຸກຍູ້ຂະບວນການກໍ່ສ້າງກົມກອງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ,
ເພື່ອແນໃສ່ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວທີ່ຈະໝູນວຽນມາບັນຈົບຄົບຮອບ 70 ປີ, ວັນທີ 9-10 ພຶດສະພາ 2018 ນີ້, ຄະນະພັກ
ຮາກຖານຫ້ອງການເມືອງ, ຫ້ອງເສນາທິການ, ຫ້ອງພະລາທິການ, ຫ້ອງເຕັກນິກ ແລະ ໜ່ວຍພັກຫ້ອງການກອງພົນທີ 3 ໄດ້ຈັດກອງປະຊຸມທາບທາມບຸກ
ຄະລາກອນເພື່ອຢັ່ງຫາງສຽງຂອງຄະນະພັກຮາກຖານຂອງຕົນຮອບທີ 1 ຂຶ້ນ ຢູ່ທີ່ສະໂມສອນຂອງກອງພົນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ
ບຸນເຈື້ອ ຕຽນແສງດາວ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 3, ມີພັນເອກ ໄຊຍະວົງ ໄຊນາມທິ
ລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 3 ພ້ອມດ້ວຍຄະນະ, ມີບັນດາພະນັກງານສະມາຊິກພັກສົມບູນເຂົ້າຮ່ວມຢ່າງພ້ອມພຽງ.


ພະນັກງານສະມາຊິກພັກປ່ອນບັດລົງຄະແນນສຽງທາບທາມເອົາຜູ້ທີຈະເຂົ້າມາເປັນຄະນະພັກຮາກຖານ

     ໃນກອງປະຊຸມ ພັນໂທ ທອງຄຳ ວົງນະຄອນ ຮອງຫົວໜ້າພະແນກຈັດຕັ້ງພັກກອງພົນທີ 3 ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງ
ເຂົ້າໃນຄະນະພັກຊຸດໃໝ່ຕາມ 5 ມາດຖານພັກ ເປັນຕົ້ນແມ່ນເພື່ອຄັດເລືອກເອົາຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີ
ທັດສະນະມະຫາຊົນ, ມີຄວາມຈົງຮັກພັກດີຕໍ່ພັກລັດຕໍ່ປະຊາຊົນ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືແນວທາງຂອງພັກກົດໝາຍ
ຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບມີແບບແຜນວິທີເຮັດວຽກໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ,
ມີລະດັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະທີແນ່ນອນ ແລະ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້ໄດ້ສຳ
ເລັດໜ້າທີ່ເປັນຢ່າງດີ ຈາກນັ້ນບັນດາພະນັກງານສະມາຊິກພັກແຕ່ລະສະຫາຍກໍໄດ້ໃຊ້ສິດຂອງຕົນປ່ອນບັດລົງຄະ ແນນສຽງທາບທາມເອົາຜູ້ທີຈະເຂົ້າມາ
ເປັນຄະນະພັກຮາກຖານ, ເລຂາໜວ່ຍພັກຂອງຕົນ.