ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງອຸດົມໄຊ ເຜີຍແຜ່ເອກະສານມູນເຊື້ອ 2 ວັນປະຫວັດສາດ

     ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດຄື: ວັນໄຊຊະນະບັ້ນຮົບດຽນບຽນຟູ ແລະວັນ
ໄຊຊະນະຂອງໂຊວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກ ຄັ້ງທີ II ຂຶ້ນໃນວັນທີ 9 ພຶດສະ ພາ 2017 ນີ້, ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ພັນ
ເອກ ບຸນຍົງ ໜໍ່ແກ້ວ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ, ສະມາຊິກສະພາປະຊາຊົນທ້ອງຖິ່ນແຂວງ
ອຸດົມໄຊ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍກອງຮ້ອຍເອກະ ລາດອ້ອມຂ້າງ ແລະພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ 129
ສະຫາຍ.


ກອງບັນຊາການທະຫານແຂວງ ອຸດົມໄຊ ເຜີຍແຜ່ເອກະສານມູນເຊື້ອ 2 ວັນປະຫວັດສາດ

     ໃນພິທີ ທ່ານ ພັນເອກ ບຸນຍົງ ໜໍ່ແກ້ວ ໄດ້ຍົກໃຫ້ເຫັນຜົນງານອັນສະຫວ່າງສະໄຫວທີ່ສຸດໃນການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ
ຂອງປະຊາຊົນຫວຽດນາມ ໂດຍພາຍໃຕ້ການຊີ້້ນຳ-ນຳພາຂອງປະທານໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫ່ຍ ແລະໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງ
ປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະປະຊາຊົນກຳປູເຈຍທີ່ໄດ້ຮ່ວມສຳພັນສູ້ຮົບຂຸມຄອງ ແລະສັດຕູ ໂຕດຽວກັນຈົນໄດ້
ຮັບປົດປ່ອຍຢ່າງສົມບູນ ແລະໄຊຊະນະຂອງໂຊວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ເປັນໄຊຊະນະອັນຍິ່ງໃຫ່ຍ ພາຍໃຕ້ການຊີ້ນຳ-ນຳ
ພາຂອງພັກຄອມມູນິດໂຊວຽດ ແລະປະຊາຊົນ ກໍຄືປະເທດພັນທະມິດທີ່ໄດ້ສາມັກຄີກັນ ພ້ອມກັນເສຍສະຫຼະເລືອດເນື້ອທັງຊັບສິນເພື່ອຕ້ານການຮຸກ
ຮານຂອງຟາດຊິດທີ່ດຸເດືອດພິລະອາດຫານ ແລະເດັດຂາດບໍ່ຍອມຈຳນົນຕໍ່ສູ້ເອົາຄວາມເປັນເອກະລາດມາໃຫ້ຊາດຂອງຕົນ, ໄຊຊະນະດັ່ງກ່າວນີ້ໄດ້ສະ
ແດງເຖິງນ້ຳໃຈສາກົນກຳມະຊີບອັນຜ່ອງໃສຂອງກອງທັບ ແລະປະຊາຊົນໂຊ ວຽດທີ່ມີຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະຄວາມ
ຈົງຮັກພັກດີຕໍ່ຊາດ ກໍຄືພັນທະມິດສາກົນກອງທັບແດງທີ່ສາມາດຍາດໄດ້ໄຊຊະນະເໜືອຟາດສິດເຢຍລະມັນໄດ້ຢ່າງສີ້ນເຊິງ.