ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ
ສູນກາງພັກ ຄັ້ງທີ 7 ສະໄໝທີ X ແລະ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 64 ປີ


ພົນຕີ ຈັນທອງ ສອນຕະອາດ ມອບບັດໃຫ້ສະມາຊິກພັກສົມບູນຊຸດທີ 5
ໃຫ້ແກ່ບັນດາສະຫາຍພະນັກ ງານ-ສະມາຊິກພັກທົ່ວກົມໃຫຍ່ເສນາທິການກອງທັບ

     ຫວ່າງບໍ່ດົນມານີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ປາຖະກະຖາວັນ
ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 73 ປີ (21 ມີນາ 1946 - 21
ມີນາ 2019) ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ໂດຍມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫ່ງເຂົ້າຮ່ວມ.

     ການເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝ X ໃນຄັ້ງນີ້ມີ 2 ເນື້ອໃນຕົ້ນຕໍຄື: ມະຕິວ່າດ້ວຍເພີ່ມທະວີການນຳພາແກ້ໄຂຄວາມ
ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິ
ປະໄຕປະຊາຊົນລາວໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ການເປີດບັ້ນດຳ ເນີນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X
ຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ເສນາທິການກອງທັບເຊື່ອມຊຶມກຳແໜ້ນ, ຮັບຮູ້ເຂົ້າໃຈແຈ້ງເປັນເອກະພາບໃນການ
ຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ, ໂດຍສະເພາະຂົງເຂດວຽກງານການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມ
ເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນລາວໃຫ້ເຂັ້ມແຂງໜັກແໜ້ນ, ເປັນການຍົກສູງທັດສະນະຫຼັກ
ໝັ້ນ, ມີຄຸນທາດການເມືອງ, ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ, ຕ້ານການສໍ້ລາດບັງຫຼວງ, ເປັນເຈົ້າການຕອບຕ້ານອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ປັບປຸງແບບແຜນ
ວິທີເຮັດວຽກທີ່ປອດໃສຂາວສະອາດ, ພ້ອມກັນສູ້ຊົນປະຕິບັດໜ້າທີ່ການເມືອງຂອງກອງທັບ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ສຳເລັດ. ກອງປະ
ຊຸມຍັງໄດ້ພ້ອມກັນທົບທວນ ແລະ ລະນຶກເຖິງວັນນັກຮົບເສຍອົງຄະ-ເສຍສະຫຼະຊີວິດແຫ່ງຊາດໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກເຊິ່ງແມ່ນອີກບັ້ນຮົບຕໍ່ສູ້ດຸເດືອດທີ່
ສຸດຢູ່ໃນລາວ ເຊິ່ງມັນບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານເທົ່ານັ້ນ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍ
ຮ່ວມກັນລະຫວ່າງ 2 ຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສ ແລະ ບໍລິສຸດຜຸດຜ່ອງ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະ
ຂັ້ນ, ພະນັກງານ-ນັກຮົບແຕ່ລະສະຫາຍໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ທາດແທ້ມູນເຊື້ອອັນດີງາມ ແລະ ວີລະກຳອັນລໍ້າເລີດຂອງພັກ ເພື່ອພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້
ມູນເຊື້ອດັ່ງກ່າວນຳໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສຳເລັດຜົນ ໃນພິທີຍັງໄດ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ ແລະ ມອບບັດໃຫ້
ສະມາຊິກພັກສົມບູນຊຸດທີ 5 ໃຫ້ແກ່ບັນດາສະຫາຍພະນັກ ງານ-ສະມາຊິກພັກທົ່ວກົມໃຫຍ່ເສນາທິການກອງທັບອີກດ້ວຍ.