ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາ ກມທ ອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ


ພົນຕີ ທອງລອຍ ສີລິວົງ ພ້ອມດ້ວຍຄະນະ ອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ

     ສະຫາຍ ພົນຕີ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ນໍາ
ເອົາກະຕ່າດອກໄມ້ ແລະ ຄໍາອວຍ ພອນອັນປະເສີດເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ ໃນວັນທີ 10 ເມສານີ້, ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2562.

     ໂອກາດນີ້ ສະຫາຍ ພົນຕີ ທອງລອຍ ສີລິວົງ ກໍໄດ້ຕາງໜ້າໃຫ້ຄະນະນໍາກົມໃຫຍ່ການເມືອງກອງທັບ ໄດ້ກ່າວອວຍພອນໄຊອັນປະເສີດໃຫ້ລັດຖະມົນຕີກະຊວງປ້ອງ
ກັນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ປາສະຈາກໂລກໄພນາໆປະການ ແລະ ພ້ອມກັນສືບຕໍ່ກໍ່ສ້າງກໍາລັງປ້ອງກັນຊາດ ກໍຄືກອງທັບໃຫ້ມີແບບແຜນທັນສະໄໝ, ສືບຕໍ່ຮ່ວມ
ກັບໝູ່ຄະນະຊີ້ນໍາ-ນໍາພາກອງທັບຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ບັນ ດາຄະນະນໍາກົມໃຫຍ່ການເມືອງກອງທັບທີ່ໄດ້ນໍາເອົາກະຕ່າດອກໄມ້
ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະທີ່ມາອວຍພອນ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບຈົ່ງມີແຕ່ສຸຂະພາບແຂງແຮງ
ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາອົງການຂອງຕົນ ເຮັດສໍາເລັດໜ້າທີ່ການ ເມືອງທີ່ພັກ-ລັດ ກໍຄືຂັ້ນເທິງມອບໝາຍໃຫ້ດ້ວຍຜົນສໍາເລັດຢ່າງຈົບງາມ.