ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ຄົບຮອບ 20 ປີ

     ການສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ຄົບຮອບ 20 ປີ (8 ເມສາ 1997-8 ເມສາ 2017) ຈັດຂຶ້ນດ້ວຍບັນຍາ
ກາດອັນຟົດຟື້ນ ແລະເຕັມໄປດ້ວຍເນື້ອໃນ ແລະຄວາມໝາຍເລິກເຊິ່ງໃນວັນທີ 8 ເມສາ 2017 ນີ້, ທີ່ໂຮງຮຽນດັ່ງກ່າວ.


ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ຄົບຮອບ 20 ປີ

     ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີຄະນະພັກ, ຄະນະ
ອຳນວຍການໂຮງຮຽນ ຕົວແທນຈາກກົມກອງກຳລັງຫຼວງກຳລັງທ້ອງຖິ່ນໃນຂອບເຂດທົ່ວກອງທັບ, ວິທະຍາຄານໂຮງຮຽນຂອງກອງທັບ ແລະອຳນາດການ
ປົກຄອງທ້ອງຖິ່ນ ພະນັກງານລັດຖະກອນ, ນັກຮົບ, ນັກຮຽນ, ນັກສຶກສາ ແລະພໍ່ແມ່ປະຊາຊົນທ້ອງຖິ່ນໃກ້ຄຽງກໍ່ເປັນກຽດເຂົ້າຮ່ວມ.

     ໃນພິທີທີ່ມີຄວາມໝາຍນີ້, ພັນເອກ ດວງດີ ວິໄລສອນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 1 ກ່າວບາງຕອນວ່າ: ກ່ອນໜ້ານີ້ 20 ປີ,
ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໄລຍະໃໝ່ ກໍຄືການປັບປຸງກໍ່ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງໂດຍສະເພາະແມ່ນ
ການກໍ່ສ້າງນາຍທະຫານລຸ້ນສືບທອດໃຫ້ມີຄວາມຮູ້ຄວາມສາມາດ, ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1 ກອງທັບ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ
ຢ່າງເປັນທາງການໃນວັນທີ 8 ເມສາ 1997 ຢູ່ບົນດິນແດນແຂວງຊຽງຂວາງວີລະຊົນ, ໂດຍໄດ້ສືບທອດມາຈາກໂຮງຮຽນກໍ່ສ້າງນາຍທະຫານປະສານເຫຼົ່າ
ຊັ້ນຕົ້ນ ບ້ານແປນ ແລະສືບທອດພາລະກິດການຮຽນການສອນຂອງໂຮງຮຽນກົມມະດຳໃນເມື່ອກ່ອນ.

     ການກຳເນີດເກີດຂຶ້ນຂອງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1 ເປັນເຫດການການເມືອງທີ່ສຳຄັນໃນປະຫວັດສາດຂອງກອງທັບເຮົາ, ເປັນບາດ
ກ້າວສຳຄັນທີ່ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະເຂັ້ມແຂງຂອງກອງທັບປະຊາຊົນລາວໃນການກໍ່ສ້າງນາຍທະຫານລຸ້ນສືບທອດໃນພາ
ລະກິດປັກຮັກ ສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.

     ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນໂຮງຮຽນໄດ້ຮັບການມອບໝາຍໜ້າທີ່ອັນໜັກໜ່ວງ ແລະມີກຽດສະຫງ່າຈາກພັກ-ລັດ ກໍຄືກະຊວງປ້ອງກັນປະເທດໃນ
ການປັບປຸງໂຄງການຫຼັກສູດການຮຽນ-ການສອນວັດທະນະທຳ ແລະການກໍ່ສ້າງນາຍທະຫານຊັ້ນຕົ້ນ, ເປີດໂຄງການກໍ່ສ້າງນາຍທະຫານຮາບ ນາຍທະຫານ
ປະສານເຫຼົ່າຊັ້ນຕົ້ນໄລຍະສັ້ນ. ໄລຍະຍາວຄຽງຄູ່ກັນນັ້ນໂຮງຮຽນຍັງເປັນກຳລັງປະຈຳການເຮັດໜ້າທີ່ກຽມພ້ອມສູ້ຮົບ, ປົກປັກ ຮັກສາຄວາມສະຫງົບໃນ
ຂົງເຂດບໍລິເວນຕັ້ງທັບ, ກໍ່ສ້າງພື້ນຖານໂຄງລ່າງ ແລະແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບດ້ວຍດີສະເໝີມາ.

     ການສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1 ຄົບຮອບ 20 ປີ ຄັ້ງນີ້, ນອກຈາກການສວນສະໜາມຂອງກ້ອນກຳລັງ
ຕ່າງໆແລ້ວ ຍັງມີການສະແດງໂດດຈ້ອງຂອງກອງທັບອາກາດ ແລະຈູດບັ້ງໄຟດອກຢ່າງມີສີສັນສວຍງາມ, ເຊິ່ງແຕ່ລະລາຍການລ້ວນແຕ່ສ້າງຄວາມມ່ວນ
ຊື່ນລະທຶກໃຈໃຫ້ ແກ່ມວນຊົນຢ່າງຫຼວງຫຼາຍ.