ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໂອ້ລົມຄະນະນຳ, ພະນັກງານ ແລະ ຄູອາຈານຢູ່ ວປກ

     ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລົງພົບ
ປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງ, ຄູອາຈານຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນວັນທີ 9 ມັງກອນ 2018 ນີ້, ເຊິ່ງເຂົ້າຮ່ວມໃນ
ໂອກາດນີ້, ໂດຍມີທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ແລະ ທ່ານ ພັນເອກ
ປະລິນຍາເອກ ແກ້ວສຸວັນ ອິນທະວົງສາ, ຫົວໜ້າການທະຫານ ວປກ, ມີພະນັກງານຫຼັກແຫຼ່ງ ແລະ ບັນດາຄູອາຈານທົ່ວ ວປກ ເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ພົບປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງ, ຄູອາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ

     ໂອກາດນີ້ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ສະແດງຄວາມຮັກແພງສາມັກຄີອັນອົບອຸ່ນ ແລະ ສະໜິດສະໜົມ ພ້ອມ
ທັງສະແດງຄວາມຊົມເຊີຍຕໍ່ ວປກ ທີ່ໄດ້ຕັ້ງໜ້າບຸກບືນຮັບ ຜິດຊອບສູງໃນການຊີ້ນຳ-ນຳພາ ແລະ ສ້າງສາພັດທະນາ ວປກ ເຮັດໃຫ້ ວປກ ມີຄວາມເຕີບ
ໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ ໂດຍຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ສ້າງສະພາບແວດລ້ອມແຫ່ງຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໃນ
ສັງຄົມເພື່ອຮັບປະກັນໃນຂົງເຂດ ວປກ ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການດຳລົງຊີວິດ-ທຳມາຫາກິນ, ສ້າງສາພັດທະນາບ້ານເມືອງ ແລະ ສ້າງຄວາມເຊື່ອ
ໝັ້ນໃຫ້ແກ່ພໍ່ແມ່ປະຊາຊົນທີ່ດຳລົງຊີວິດໃນຂອບເຂດຄວາມຮັບຜິດຊອບຂອງ ວປກ ແລະ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ. ພ້ອມນັ້ນຍັງໄດ້
ຍົກໃຫ້ເຫັນສະພາບສາກົນ, ພາກພື້ນທີ່ສືບຕໍ່ຜັນແປໄປຢ່າງສັບສົນ ເຊິ່ງບໍ່ສາມາດຄາດກະລ່ວງໜ້າໄດ້ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈຖືກຕ້ອງ ແລະ ຍົກ
ສູງສະຕິລະວັງຕົວຮັບມືກັບທຸກສະພາບການທີ່ຈະເກີດຂຶ້ນ, ເຊິ່ງຕອນທ້າຍສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະນຳ ວປກ ເປັນເຈົ້າການໃນການຊີ້ນຳ-ນຳພາປັບ
ປຸງກໍ່ສ້າງ ວປກ, ຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບ
ໝາຍໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ຈັດຕັ້ງລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປະຕິບັດ 4 ເນື້ອໃນ
4 ຄາດໝາຍ ແລະ ມະຕິ 3 ສ້າງທີ່ກົມການເມືອງສູນກາງພັກວາງອອກໃຫ້ເປັນຈິງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງພະນັກງານ ນັກຮົບ
ໃຫ້ເລິກເຊິ່ງທົ່ວເຖິງ, ກໍ່ສ້າງພັກ-ພະນັກງານໃຫ້ຖືກຕ້ອງຕາມທິດນຳ ແລະ ຫຼັກການຂອງພັກ, ກໍ່ສ້າງກົມກອງປອດໃສປອດໄພປອດຄະດີຕິດພັນກັບການກໍ່
ສ້າງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານໄປຄຽງຄູ່ກັບການສ້າງພະນັກງານ 3 ຮຸ່ນໃຫ້ໄດ້ມາດຖານ, ກຳແໜ້ນໜ້າທີ່ການເມືອງຂອງກົມກອງ, ຂອງກອງ
ທັບແຕ່ລະໄລຍະໂດຍອີງໃສ່ບັນດາໜ້າທີ່ໃຫຍ່ ແລະ ແຜນງານຈຸດສຸມຂອງກະຊວງປ້ອງກັນປະເທດວາງອອກ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ
ອັນລະອຽດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ວປກ, ເນັ້ນໜັກໃຫ້ບັນດາຄູອາຈານເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່
ໜ້າທີ່ຂອງຕົນ, ດຸໝັ່ນຄົ້ນຄວ້າບັນດາເອກະສານ, ປັບປຸງເນື້ອໃນເອກະສານໃຫ້ແທດເໝາະກັບຄວາມຕ້ອງການຂອງກອງທັບໃນເງື່ອນໄຂປັດຈຸບັນ, ສະ
ແຫວງຫາຄວາມຮູ້ຮອບດ້ານ ເພື່ອຍົກສູງລະດັບຄວາມສາມາດຮອງຮັບກັບໜ້າທີ່ວຽກງານອົບຮົມ-ກໍ່ສ້າງກຳລັງ, ເສີມຂະຫຍາຍຄວາມເປັນແບບຢ່າງດ້ານ
ແນວຄິດທັດສະນະ ແລະ ເນັ້ນໜັກໃຫ້ບັນດາພະນັກງານໃຫ້ສຸມກຳລັງວັງຊາຂອງຕົນປະກອບສ່ວນປັບປຸງກໍ່ສ້າງ ວປກ, ຍົກສູງສະຕິເພິ່ງຕົນເອງກຸ້ມຕົນເອງ
ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງສືບຕໍ່ເອົາໃຈໃສ່ເພີ່ມທະວີເສີມຂະຫຍາຍສາຍພົວພັນສາມັກຄີມິດຕະ
ພາບ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ທັງນີ້ກໍເພື່ອສ້າງໃຫ້ ວປກ ມີຄວາມໜັກແໜ້ນເຂັ້ມແຂງ ແລະ
ມີໃບໜ້າອັນໃໝ່.