ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ວຽກງານຢູ່ກອງກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ

     ໃນຕອນບ່າຍຂອງວັນທີ 7 ພະຈິກ 2017 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຢ້ຽມຢາມກອງກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ໂດຍໄດ້ຮັບ
ການຕ້ອນຮັບຂອງພັນໂທ ຄຳອ້ວນ ດວງບຸນມາ ຄະນະພັກກຸ່ມບໍລິສັດພັດທະນາຊົນນະບົດໃໝ່, ຫົວໜ້າກອງກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ພ້ອມ
ດ້ວຍຄະນະ, ພະນັກງານ-ນັກຮົບໃຫ້ການຕ້ອນຮັບ.


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ແລະຢ້ຽມຢາມກອງກໍ່ສ້າງຂົວ-ທາງແລະຊົນລະປະທານ

     ໂອກາດນີ້ ພັນໂທ ຄຳອ້ວນ ດວງບຸນມາ ໄດ້ຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໂດຍຫຍໍ້ໃນຄວາມຮັບຜິດຊອບກໍ່ສ້າງໂຄງ
ລ່າງພື້ນຖານເຂດ 3 ແຂວງ ຊາຍແດນ ລາວ-ຫວຽດ ໃຫ້ຮູ້ວ່າ: ມີ 5 ໂຄງການ, I ໂຄງການກໍ່ສ້າງເສັ້ນທາງເປຕົງເຂົ້າເທດສະບານເມືອງຄຳເກີດເປັນເສັ້ນ
ທາງ 4 ເລນ ເຊິ່ງມາຮອດປັດຈຸບັນນີ້ແມ່ນສຳເລັດແລ້ວຢູ່ໃນໄລຍະກະກຽມມອບຮັບ, II ໂຄງການກໍ່ສ້າງບ້ານຈັດສັນນໍ້າປານທີ່ຖືກຜົນກະທົບຈາກບໍລິສັດ
ບໍ່ຄຳສຳເລັດແລ້ວປະກອບມີເຮືອນທັງໝົດຢູ່ 16 ຫຼັງ, ທາງໃນບ້ານຍາວ 3,3 ກິໂລ ແມັດ, ໄລຍະນີ້ຢູ່ໃນໄລຍະຮັບປະກັນ, III ໂຄງການກໍ່ສ້າງເສັ້ນທາງເປ
ຕົງເຂົ້າຕະຫຼາດໃໝ່ມີຄວາມຍາວ 5 ກິ ໂລແມັດ ສຳເລັດແລ້ວໃນທ້າຍປີ 2016, IV ໂຄງການກໍ່ສ້າງພັດທະນາອ່າງເກັບນໍ້າຫ້ວຍຕຸ່ນ-ເປັນເຂດພັກຜ່ອນ
ຂອງຕົວເມືອງຄຳເກີດ ສຳເລັດແລ້ວໄລຍະໜຶ່ງ ແລະ V ໂຄງການກໍ່ສ້າງສະໝາມບິນຂອງເມືອງຄຳເກີດ ແຂວງບໍລິຄຳໄຊ, ຕາມທິດຊີ້ນຳຂອງຂັ້ນເທິງ ເປັນ
ຕົ້ນໃຫ້ສຳຫຼວດອອກແບບມີຄວາມຍາວ 2,200 ແມັດ, ແບ່ງອອກເປັນສອງເຂດ, ເຂດທີໜຶ່ງຮັບປະກັນໃຫ້ຍົນເປແຕແອັດລົງໄດ້, ເຂດທີສອງຮັບປະກັນ
ຍົນແອບັດລົງໄດ້ມີຄວາມຍາວ 4,5 ກິໂລແມັດ, ໂຄງການສ້າງເສັ້ນທາງເປຕົງ.

     ຈາກນັ້ນ ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາເບິ່ງຈຸດຕ່າງໆ ເຊັ່ນ: ລົງກວດກາເບິ່ງເດີ່ນຍົນ, ກວດກາເສັ້ນທາງ,
ກວດກາເບິ່ງບ້ານຈັດສັນ, ກວດກາເບິ່ງການພັດທະນາຫ້ວຍຕຸ່ນ ແລະ ສວນຜະລິດກະສິກຳຂອງກອງກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ໂອກາດນີ້ ທ່ານ
ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນໄລຍະຜ່ານມາທີ່ກອງດັ່ງກ່າວຍາດມາໄດ້ນັ້ນ ແລະ ເນັ້ນໜັກໃຫ້ທາງ
ບໍລິສັດຈົ່ງສຶບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າທີ່ການເມືອງຂອງກົມກອງຮັບຜິດຊອບໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ເຮັດດ້ວຍຄວາມຮັບ
ຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນເຮັດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.