ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫລຸບຖອດຖອນບົດຮຽນ ວຽກງານຂໍ້ມູນ-ຂ່າວສານ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ປະຈຳປີ 2016 ແລະ ວາງທິດທາງແຜນການ ປະຈຳປີ 2017

                                
                          

ພັນ​ເອກ ວຽງ​ໄຊ ສົມ​ວິຈິດ ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ເປັນປະທານກອງປະຊຸມວຽກງານ ຂໍ້ມູນ-ຂ່າວສານ

     ວັນທີ 9 ເດືອນພະຈິກ 2016, ພະ​ແນ​ກ ຂໍ້​ມູນ-ຂ່າວສານ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເປີດກອງປະຊຸມສະຫຼຸບ ຖອດຖອນ
ບົດຮຽນວຽກງານ ຂໍ້ມູນ-ຂ່າວສານ ປະຈຳປີ 2016 ແລະວາງທິດ​ທາງແຜນການ ປະຈຳປີ 2017 ຂຶ້ນ ໂດຍພາຍໃຕ້ ການເປັນປະທານຂອງທ່ານ ພັນ​ເອກ
ວຽງ​ໄຊ ສົມ​ວິຈິດ ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ​ມີຫົວໜ້າຫ້ອງການ, ພະແນກການຕ່າງໆ ​ແລະພະນັກ
ງານ-ນັກຮົບ ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

     ໃນກອງປະຊຸມຄັ້ງນີ້, ພັນໂທ ທອງ​ດີ ລິດ​ທິ​ເດດ ຮອງ​ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ພະ​ແນ​ກ ຂໍ້​ມູນ-ຂ່າ​ວສານໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກ
ງານ ຂໍ້​ມູນ-ຂ່າວສານ ປະຈຳປີ 2016 ແລະທິດ​ທາງແຜນການປີ 2017 ເຊິ່ງໄດ້ຍົກໃຫ້ເຫັນຜົນງານ​ທີ່​ພົ້ນ​​ເດັ່ນ​ທີ່​ໄດ້​ຈັດ​ຕັ້ງ​ປະຕິ​ດບັດ​ໃນ​ໄລຍະ 1 ປີ ຜ່ານ
ມາ ກ່ຽວກັບ ວຽກງານຂອງແຕ່ລະຂະແໜງການ ໂດຍສະເພາະດ້ານດີທີ່ຄວນເສີມຂະຫຍາຍ ແລະດ້ານຄົງຄ້າງທີ່ຈະຕ້ອງແກ້ໄຂໃນການຈັດຕັ້ງປະຕິບັດໃນ
ປີຜ່ານມາ.ຈາກນັ້ນບັນດາສະຫາຍຫົວໜ້າຂະແໜງການຕ່າງໆກໍໄດ້ຂຶ້ນປະກອບຄຳເຫັນໃສ່ ບົດສະຫຼຸບ
  ແລະແຜນການຕໍ່ໜ້າ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະ
ພາບ​ການ​ວຽກ​ງານວິຊາ​ສະ​ເພາະ​ຕົວ​ຈິງຂອງກົມກອງຕົນ.

                      

ພັນໂທ ທອງ​ດີ ລິດ​ທິ​ເດດ ຮອງ​ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ພະ​ແນ​ກ ຂໍ້​ມູນ-ຂ່າ​ວສານ ຜ່ານບົດສະຫຼຸບ ປີ 2016 ແລະທິດທາງແຜນການ ປີ 2017

     ຕໍ່​ມາ, ສະຫາຍ ພັນ​ໂທ ອຳ​ຄານ ​ແກ້ວ​ປັນຍາ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ພະ​ແນ​ກ ຂໍ້​ມູນ-ຂ່າວສານ ກໍ່​ໄດ້​ຂຶ້ນ ສະຫຼຸບຕີ​ລາຄາ​ໝາກຜົນ​ຂອງ​ການຈັດ
​ຕັ້ງ​ປະຕິບັດ​ວຽກ​ງານ ວິຊາ​ສະ​ເພາະ​ຂອງ​ແຕ່ລະ​ຂະ​ແໜງ​ການ ​ໂດຍ​ໄດ້​ເນັ້ນ​ໜັກ ບາງ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ ດ້ານ​ວຽກ​ງານ ວິຊາ​ສະ​ເພາະ ຄວນ​ຍົກ​ສູງ​ສະຕິ​
ເປັນ​ເຈົ້າ, ​ເຮັດ​ສຳ​ເລັດ​ໜ້າ​ທີ່ໆ​ໄດ້​ຮັບ​ມອບ​ໝາຍ ​ເພື່ອຫັນ​ເປັນ​ທັນ​ສະ​ໄໝ, ທັນ​ຍຸກ-ທັນ​ສ​ະ​ໄໝ ຕ່າງ​ຄົນ​ຕ່າງ​ຮັບຜິດຊອບ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​
ເປັນ​ປຶກ​ແຜ່ນ,  ກ້າ​ຕຳ​ນີ​ເຊິ່ງກັນ ​ແລະກັນ​ເພື່ອ​ພັດທະນາ​ຕົນ​ເອງ​ໃຫ້​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

                                  
                                                       ພັນ​ໂທ ອຳ​ຄານ ​ແກ້ວ​ປັນຍາ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ພະ​ແນ​ກ ຂໍ້​ມູນ-ຂ່າວສານ

ໃນກອງປະຊຸມ ທ່ານ ພັນ​ເອກ ວຽງ​ໄຊ ສົມ​ວິຈິດ  ກໍໄດ້​ໃຫ້​ທິດ​ຊີ້​ນຳຕໍ່ກອງປະຊຸມ ໂດຍທ່ານໄດ້ ເນັ້ນ​ໜັກ 2 ບັນຫາ​ໃຫຍ່ຄື: 1: ​ເພີ່ມ​ທະວີ ວຽກ​ງານ
ພັກ-ວຽກ​ງານ ການ​ເມືອງ ພາຍ​ໃນ​ ກົມ​ກອງ, ສ້າງ​ພະນັກງານ 3 ລຸ້ນ ​ເພື່ອ​ປ່ຽນ​ແທນ ​ແຕ່ລະ​ໄລຍະ, ​​ປະຕິບັດ​ໃຫ້​ຖືກ​ຕາມ​ຫຼັກການ ​ແລະ ລະບຽບ​ການ. 2. 
ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ: ​ແມ່ນ​ສຸມ​ໃສ່​ປັບປຸງ​ວຽກ​ງານ​ແຕ່ລະ​ຂະ​ແໜ່​ງການ​ໃຫ້​ມີ​ອັນ​ໃໝ່
, ​​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ ກົດ​ລະບຽບ, ​ມີ​ແບບ
​ແຜນ​ວິທີ​ການ​ເຮັດ​ວຽກ ​ແລະ​ມີ​ຫົວຄິດ​ປະດິດ​ສ້າງ
. ​ເຮັດ​ວຽກ​ແບບ​ລວມສູນ​ປະຊາທິປະ​​ໄຕ ຕ່າງ​ຄົນ​ຕ່າງ​ຮັບຜິດຊອບ​ເພື່ອ​ເຮັດ​ສຳ ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ
​ໝາຍ.