ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງສະຫວັນນະເຂດ ປະກາດການຈັດຕັ້ງ
ຫົວໜ້າຫ້ອງການກຳມະການ ປກຊ-ປກສ ແຂວງ

     ໃນວັນທີ 5 ຕຸລາ 2017 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະກາດການຈັດຕັ້ງຫົວໜ້າຫ້ອງການກຳມະການ
ປກຊ-ປກສ ແຂວງ ໂດຍການເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການ ສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ
ເລຂາພັກແຂວງ ເຈົ້າແຂວງສະຫັວນນະເຂດ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ພະແນກການຈາກອົງການ 5 ຫ້ອງ, ກົມກອງອ້ອມຂ້າງ
ແລະ ແຂກຖືກເຊີນເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ໃຫ້ກຽດປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ຄະນະການນຳແຂວງ ແລະ ກົມກອງລວມໝູ່

     ໃນພິທີ ທ່ານ ພົນຈັດຕະວາ ບົວວັນ ເພັງບຸນທັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະ
ຫັວນນະເຂດ. ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດການປັບປຸງການຈັດຕັ້ງຂັ້ນຫົວໜ້າຫ້ອງການຂັ້ນແຂວງ ໂດຍໄດ້
ປະກາດເອົາ ພັນເອກ ອິນໂຮມ ຈັນສີນາ ເປັນຫົວໜ້າຫ້ອງການກຳມະການ ປກຊ-ປກສ ແຂວງ ແລະ ປະກາດ ພັນໂທ ບຸນມາ ສອນໄຊຍະວົງ ຫົວໜ້າກຳ
ມະການຫ້ອງການ ປກຊ-ປກສ ແຂວງ ພັກຜ່ອນລໍຖ້າຮັບບຳນານ. ໃນນັ້ນ ທ່ານ ພົນຈັດຕະ ວາ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ ປກຊ-ປກສ
ສູນກາງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ໃຫ້ຄະນະນຳແຂວງ,
ການນຳກອງບັນຊາການທະຫານແຂວງ, ບຸກຄົນ ແລະ 2 ກົມກອງທີ່ມີຜົນງານດີເດັ່ນໃນວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.
ໃຫ້ກຽດປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ຄະນະການນຳ ແລະ ກົມກອງລວມໝູ່ແມ່ນ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ແລະ ເປັນກຽດຂຶ້ນມອບ
ຫຼຽນໄຊພິລະອາດຫານຊັ້ນ III ໂດຍແມ່ນ ທ່ານ ສັນຕິພາບ ພົມວິຫານ.

     ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກໍໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນທ່ານກ່າວຄຳຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນໃນຄັ້ງນີ້. ໃນນັ້ນຍັງໄດ້ເນັ້ນ
ໜັກໃຫ້ເອົາໃຈໃສ່ວຽກງານຮາກຖານການເມືອງນຳພາແນວຄິດກັບປະຊາຊົນບັນດາເຜົ່າ ເພື່ອພ້ອມກັນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ
ເປັນກ້າວໆ. ປັບປຸງກໍ່ ສ້າງກຳລັງ ປກຊ-ປກສ ໃຫ້ມີຄຸນນະພາບໜັກແໜ້ນເຂັ້ມແຂງ ເພີ່ມຂຶ້ນໄປເລື້ອຍໆ ແລະ ພ້ອມກັນແກ້ໄຂປາກົດການຫຍໍ້ທໍ້ຍົກ
ສູງສະຕິລະວັງຕົວຕໍ່ເລ້ລ່ຽມຂອງກຸ່ມກໍຄວາມບໍ່ສະຫງົບໃຫ້ໝົດໄປໃນຂອບເຂດຕົນຮັບຜິດຊອບໄດ້ 100%.