ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນໍາໃຊ້ສະຖານີໂທລະພາບຊ່ອງ 7 ກອງທັບປະຊາຊົນລາວ


     ໃນວັນທີ 9 ກັນຍາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເປີດນໍາໃຊ້ສະຖານີ ໂທລະພາບຊ່ອງ 7 ກອງທັບປະຊາຊົນລາວ ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ຈຽງຈ້າຍຕົງ ເອກອັກຄະລັດ
ຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍຕາງໜ້າການນຳກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງໄປສະນີໂທ
ລະຄົມ ແລະ ການສື່ສານ, ບັນດາຄະນະນຳກະຊວງ, ຫ້ອງວ່າການກະຊວງ, ກົມໃຫຍ່, ກົມ, ຫ້ອງການ, ກອງ ແລະ ວິຊາການທີ່ກ່ຽວຂອງເຂົ້າຮ່ວມ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານໂດຍຫຍໍ້ຂອງການກໍ່ສ້າງສະຖານີໂທລະ
ພາບກອງທັບ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ວ່າດ້ວຍການອະນຸມັດສ້າງຕັ້ງສະຖານີໂທລະພາບກອງທັບປະຊາຊົນ
ລາວ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດວ່າ ດ້ວຍການອະນຸມັດເປີດນໍາໃຊ້ ສະຖານີໂທລະພາບຊ່ອງ 7 ກອງທັບປະຊາຊົນລາວ, ໂດຍຕອບ ສະ
ໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໄລຍະໃໝ່ ກໍຄືໜ້າທີ່ການເມືອງຂອງກອງທັບ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ,
ການປຸກລະດົມຂະບວນການກໍ່ສ້າງກອງທັບປະຊາຊົນລາວ ເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝຕາມແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກນັ້ນ, ມາ
ຮອດເດືອນເມສາ 2017, ຄະນະນຳກົມໃຫຍ່ການເມືອງກອງທັບ ໄດ້ພົບປະກັບປະທານ ບໍລິສັດ ພັດທະນາວິທະຍາສາດເຕັກໂນໂລຢີລາວ ຈໍາກັດ, ພ້ອມທັງໄດ້ສະເໜີໃຫ້
ທາງບໍລິສັດດັ່ງກ່າວ ຊ່ວຍຄົ້ນຄວ້າອອກແບບອາຄານ, ລະບົບເຕັກນິກໂທລະພາບຄືນໃໝ່ ໂດຍການຮັບ-ສົ່ງສັນຍານ ຜ່ານດາວທຽມລາວແຊັດ-ຂອງລາວ ເປັນໂທລະພາບ
ລະບົບດີຈີຕອນ ວັນທີ 1 ມິນາ ປີ 2018 ໄດ້ຈັດຕັ້ງ ພິທີເຊັນສັນຍາກໍ່ສ້າງອາຄານສະຖານີໂທລະພາບກອງທັບຂຶ້ນ ລະຫວ່າງ ກົມໃຫຍ່ການເມືອງ ກອງທັບ ກັບ ບໍລິສັດ
ຫອມສົມບັດ ກໍ່ສ້າງ ເປັນຜູ້ຮັບເໝົາຕຶກອາຄານ, ບໍລິສັດ ພັດທະນາເຕັກໂນໂລຢີລາວ ຈໍາກັດ ຮັບການຕົບແຕ່ງຫ້ອງສະຕູດີໂອ 2 ຫ້ອງ, ຫ້ອງອັດສຽງ 1 ຫ້ອງ, ຫ້ອງເຕັກ
ນິກ ຕັດຕໍ່ 1 ຫ້ອງ ແລະ ປະກອບຈັກປັ່ນໄຟຟ້າສໍາຮອງ 200 ກິໂລວັດໂມງ 1 ເຄື່ອງ, ລວມມູນຄ່າທັງໝົດ 11.776.865.000 ກີບ; ( ສະເພາະອາຄານ, ຫ້ອງສະ ຕູດີໂອ
ແລະ ວຽກເພີ່ມຈໍານວນ ໜຶ່ງ ); ວັນທີ 29 ພຶດສະພາ 2018 ຄະນະກວດກາການຊ່ວຍເຫຼືອຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງມາຮອດ ລາວເພື່ອກວດກາ
ຕົວຈິງ ແລະ ເອກະພາບການຊ່ວຍເຫຼືອກອງທັບປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໃນການຊ່ວຍເຫຼືອຄັ້ງນີ້
ລວມມີອຸປະກອນເຕັກນິກສະຖານີ ໂທລະພາບກອງທັບຄົບຊຸດ; ວັນທີ 6 ທັນວາ 2018 ເຄື່ອງຊ່ວຍເຫຼືອດ້ານເຕັກນິກຂອງສະຖານີໂທລະພາບກອງທັບປະຊາຊົນລາວ ໄດ້
ຖືກຂົນສົ່ງມາຮອດມາເຖິງຢ່າງເປັນທາງການ, ພາຍຫຼັງສໍາເລັດການສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 20 ມັງກອນ ປີ2019,
ກາງ ເດືອນກຸມພາ ປີດຽວກັນນັ້ນ, ຄະນະວິຊາການເຕັກນິກຂອງຝ່າຍ ຈີນ ໄດ້ຕິດຕັ້ງປະກອບອຸປະກອນເຕັກນິກທຸກລະບົບຂອງສະຖາ ນີໂທລະພາບກອງທັບ ພ້ອມທັງແນະ
ນໍາການນໍາໃຊ້ເບື້ອງຕົ້ນໃຫ້ວິຊາການໂທລະພາບກອງທັບເຮົາ; ວັນທີ 20 ມັງກອນ 2020 ໄດ້ເລີ່ມຕົ້ນອອກອາກາດທົດລອງ; ໃນໄລຍະເປີດທົດລອງອອກອາກາດນີ້ ຍັງ
ໄດ້ຈັດ ຕັ້ງເຝິກອົບຮົມກ່ຽວກັບວິຊາສະເພາະເຕັກນິກໃຫ້ວິຊາການໂທລະພາບກອງທັບ ໂດຍມີຊ່ຽວຊານຈາກກອງທັບປົດປ່ອຍປະຊາຊົນຈີນ ຊ່ວຍເຝິກອົບຮົມ; ວັນທີ15
ມິຖຸນາ 2020 ໄດ້ຈັດຕັ້ງເຊັນສັນຍາກັບ ບໍລິສັດ ລາວ-ເອເຊຍ ປາຊີຝິກ ດ້ານການຮັບ-ສົ່ງສັນຍານດາວທຽມລາວ-ແຊັດ 1 ແລະ ສັນຍາການນໍາໃຊ້ສັນຍານເຊື່ອມຕໍ່ສາຍ
ສົ່ງດີພີແອວຊີ ( DPLC ) ນໍາ ບໍລິສັດສະກາຍ ໂທລະຄົມລາວ, ການຊ່ວຍເຫຼືອດ້ານອຸປະກອນເຕັກນິກ ພ້ອມທັງ ສົ່ງຊ່ຽວຊານມາເຝິກອົບຮົມໃຫ້ແກ່ພະນັກງານວິຊາສະ
ເພາະຢູ່ສະຖານີໂທລະພາບໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນ ແລະ ໃຫຍ່ຫຼວງໃນການເພີ່ມພູນ ຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ ອັນດີງາມຂອງສອງຊາດ, ສອງ
ກອງທັບລາວ-ຈີນ ນັບມື້ຈະເລີນງອກງາມ, ເປັນສັນຍາແຫ່ງນໍ້າໃຈມິດຕະພາບ, ເປັນຂອງ ຂວັນໃຫ້ແກ່ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງໜ້າພາກ
ພູມໃຈ.