ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບ
ຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

     ວັນທີ 7 ກັນຍາ 2018 ນີ້, ຢູ່ຫ້ອງຮັບແຂກກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງວຽນ ດົງ ຮືງ
ຮອງຫົວໜ້າກົມກົດລັບກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບຄະນະຜູ້ແທນກົມກົດລັບກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ຕາງໜ້າຄະນະນຳກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ສະຫາຍ ພັນເອກ
ຫງວຽນ ດົງ ຮືງ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວ
ພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ 2 ກອງທັບ ກໍຄືລະຫວ່າງກົມກົດລັບກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ
ຫວຽດນາມນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

     ສະຫາຍ ພັນເອກ ຫງວຽນດົງຮືງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ
ອຸ່ນ ແລະ ໄດ້ລາຍງານຜົນຂອງການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສອງກົມກົດລັບຂອງກອງທັບຫວຽດນາມ-ລາວ ໂດຍສະເພາະ
ຕີລາຄາຜົນການຈັດ ຕັ້ງປະຕິບັດແຜນການຮ່ວມມືປີ 2015-2018 ແລະ ປຶກສາຫາລືແຜນການຮ່ວມມືປີ 2019-2020, ເພື່ອ ພ້ອມກັນຈັດຕັ້ງປະຕິບັດ
ໃຫ້ເກີດຜົນຕົວຈິງ, ພ້ອມທັງຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນ
ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ກໍຄືສອງກົມກົດລັບຫວຽດນາມ-ລາວ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍ
ຕົວກວ້າງຂວາງຍິ່ງຂຶ້ນ.