ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ເຊັນສັນຍາໂຄງການກໍ່ສ້າງອູ່ສ້ອມແປງລົດ


ພິທີເຊັນສັນຍາ ກົມໃຫຍ່ເຕັກນິກກອງທັບ ລະຫວ່າງບໍລິສັດລາວິນນາໂກ 36 ຈໍາກັດຜູ້ດຽວ

     ວັນທີ 4 ສິງຫາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງອູ່ສ້ອມແປງລົດລະຫວ່າງ ບໍລິສັດ ລາວິນນາໂກ 36 ຈໍາກັດຜູ້ດຽວ (ຜູ້ຮັບ
ເໝົາ), ກັບ ກົມໃຫຍ່ເຕັກນິກກອງທັບ (ເຈົ້າຂອງໂຄງການ), ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ພ້ອມ
ດ້ວຍຄະນະ, ມີຄະນະອຳນວຍການ ບໍລິສັດ ລາວິນນາໂກ 36 ຈຳກັດຜູ້ດຽວ, ຄະນະກົມ, ຄະນະຫ້ອງ, ອຳນວຍການ ໂຮງງານມິດຕະພາບ ລາວ-ຫວຽດນາມ, ພະແນກ
ການວິຊາສະເພາະຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສີສຸກ ພົມມະຈັນ ຫົວໜ້າ ພະແນກກໍ່ສ້າງກົມເສນາເຕັກນິກ ກົມໃຫຍ່ ເຕັກນິກກອງທັບ ໄດ້ຂຶ້ນຜ່ານສັນຍາຮັບເໝົາໂຄງການກໍ່ສ້າງອູ່ສ້ອມ
ແປງລົດ ກົມໃຫຍ່ເຕັກນິກ, ອີງຕາມເນື້ອໃນສັນຍາທັງສອງຝ່າຍ ໄດ້ຕົກລົງເຊັນສັນຍາການກໍ່ສ້າງນຳກັນ ແລະ ກົມໃຫຍ່ເຕັກນິກໄດ້ຕົກລົງເຫັນດີມອບໂຄງການກໍ່ສ້າງ
ອູ່ສ້ອມແປງລົດ ເຊິ່ງຕັ້ງຢູ່ ບ້ານ ຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຝ່າຍຮັບເໝົາເປັນຜູ້ກໍ່ສ້າງແຕ່ຕົ້ນຈົນສຳເລັດ, ຝ່າຍຮັບເໝົາຍິນດີຮັບເອົາກິດຈະການດັ່ງ
ກ່າວໄປດໍາເນີນການໃນເງື່ອນໄຂທີ່ຖືກຕ້ອງຕາມແຜນຜັງເຕັກນິກການຄິດໄລ່ປະເມີນລາຄາທີ່ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນຕາມມູນຄ່າ ແລະ ກໍານົດເວ
ລາກໍ່ສ້າງລວມ 8 ເດືອນ, ເລີ່ມແຕ່ ວັນທີ 1/8/2020-31/3/2021.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ໂຄງການຕະຫຼອດຮອດຜູ້ຮັບເໝົາກໍ່ສ້າງເອົາໃຈໃສ່ຍົກສູງຄວາມຮັບ
ຜິດຊອບຂອງຕົນ ໃນການປະຕິບັດສັນຍາໂຄງການນີ້ໃຫ້ເຂັ້ມງວດ, ເພື່ອຜົນປະໂຫຍດທັງສອງຝ່າຍ ແລະ ການຮ່ວມມືໃຫ້ແໜ້ນແຟ້ນກວ່າເກົ່າ, ເອົາໃຈໃສ່ລົງຕິດຕາມ
ກວດກາຂົງເຂດວຽກງານໃຫ້ມີຄຸນນະພາບສູງ, ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການກໍ່ສ້າງສໍາເລັດຕາມແຜນການທີ່ວາງໄວ້, ຈາກນັ້ນ, ທັງສອງຝ່າຍ ໄດ້ລົງນາມເຊັນສັນ
ຍາໂຄງການຮັບເໝົາກໍ່ສ້າງອູ່ສ້ອມແປງລົດ, ໂດຍຕາງໜ້າກົມໃຫຍ່ເຕັກນິກກອງທັບ, ແມ່ນ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້າ ກົມໃຫຍ່ເຕັກ
ນິກກອງທັບ ແລະ ຕາງໜ້າໃຫ້ ບໍລິສັດລາວິນນາໂກ 36 ຈໍາກັດຜູ້ດຽວ ໂດຍແມ່ນຄະນະອຳນວຍການບໍລິສັດ.