ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມຄືບໜ້າການກອບກູ້ໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື

     ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບພາກສະຫນາມໃນການກອບກູ້ຊອກຄົ້ນຊ່ວຍເຫຼືອ
ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 9 ສິງຫາ 2018 ນີ້, ກໍາລັງຂອງກອງທັບປະຊາຊົນລາວ ສົມທົບ
ກັບກໍາລັງກູ້ໄພຂອງກອງທັບສິງກະໂປຈຳນວນ 17 ສະຫາຍ ພ້ອມດ້ວຍອຸປະກອນຄົ້ນຫາຜູ້ສູນຫາຍ ເພື່ອສືບຕໍ່ການຊອກຄົ້ນຜູ້ສູນຫາຍຈາກໄພພິບັດນໍ້າ
ຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື, ໂດຍໄດ້ຂະຫຍາຍການຊອກຄົ້ນເພີ່ມອີກ 2 ຈຸດຈາກຈຸດເດີມຂອງມື້ທີ່ຜ່ານມາ.


ຄວາມຄືບໜ້າການກອບກູ້ໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື

     ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບກ່າວວ່າ: ຂອບເຂດສອງຈຸດທີ່ໄດ້ຂະຫຍາຍການຊອກຄົ້ນຫາຕື່ມອີກຄື ບ້ານທ່າແສງຈັນ ແລະ ບ້ານທ່າ
ຫີນ ແຕ່ເນື່ອງຈາກວ່າສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ຍ້ອນໃນມື້ຄືນຂອງວັນທີ 8 ສິງຫາ ມີຝົນຕົກຕະຫຼອດຄືນພາຍຫຼັງກໍາລັງກູ້ໄພຂອງພວກເຮົາ
ເຂົ້າໄປຮອດທີ່ໝາຍໄດ້ໄລຍະທາງ 5 ກິໂລແມັດ ນໍ້າເຊປຽນ ເພີ່ມຂຶ້ນຢ່າງໄວວາ ແລະ ຖ້ວມຫາດຊາຍທາງຫຼັງ, ດັ່ງນັ້ນການ ກອບກູ້ຊອກຄົ້ນຫາຜູ້ສູນຫາຍ
ຈຶ່ງໄດ້ຖອນກຳລັງເພື່ອຮັກສາຄວາມປອດໄພ. ສະນັ້ນ, ໃນມື້ນີ້ຈຶ່ງບໍ່ສາມາດຄົ້ນພົບຜູ້ສູນຫາຍຕື່ມອີກ.