ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນເຂດ 5 ກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມກອງພົນທີ 5

     ຄະນະຜູ້ແທນກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນ ຫວຽດນາມ ນຳໂດຍສະຫາຍ ພົນຕີ ເຈີນ ກວາງ ເຝືອງ ກຳມະການສູນກາງພັກ ເລ
ຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ
ຢູ່ກອງພົນທີ 5 ໃນທ້າຍເດືອນກໍລະກົດ 2017 ຜ່ານມາ, ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການ
ເມືອງກອງພົນທີ 5 ພ້ອມດ້ວຍຄະນະ.


ການນຳກອງພົນທີ 5 ແລະ ຄະນະຜູ້ແທນກອງບັນຊາການເຂດ 5 ກອງທັບປະຊາຊົນຫວຽດນາມ ຮ່ວມກັນວາງສີລາລຶກ ເພື່ອກໍ່ສ້າງສາງອຸປະໂພກ

     ໂອກາດດັ່ງກ່າວ ທັງສອງຝ່າຍໄດ້ແລກປ່ຽນສະພາບການຈຸດພິເສດບົດບາດການນຳພາຂອງກົມກອງມີຫຼາຍບັນຫາການຮ່ວມມືໄດ້ຮັບຜົນສຳເລັດ ແລະ
ຂະຫຍາຍຕົວຕໍ່ເນື່ອງເຊັ່ນ: ທາງດ້ານການທະຫານເສດຖະກິດການເມືອງການພັດທະນາກົມກອງເວົ້າລວມມີຫຼາຍຂົງເຂດວຽກງານທີ່ທາງກອງບັນຊາການ
ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມຊ່ວຍເຫຼືອຜ່ານມາ ເຊັ່ນດຽວກັນກັບວັນນີ້ທາງກອງບັນຊາການທະຫານເຂດ 5 ໄດ້ນຳເອົາທຶນຊ່ວຍເຫຼືອຈຳ
ນວນ 1 ຕື້ດົງ ມາມອບໃຫ້ກອງພົນທີ 5 ເພື່ອນຳໄປກໍ່ສ້າງສາງອຸປະໂພກຂອງກົມກອງ ເຊິ່ງມີຂະໜາດ 8x27 ແມັດ ເຮັດດ້ວຍເປຕົງເສີມເຫຼັກມຸງດ້ວຍ
ກະເບື້ອງ.

     ໃນການມາຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ນອກຈາກຈະໃຫ້ການຊ່ວຍເຫຼືອແລ້ວຍັງເປັນການເສີມຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ
ສອງກອງທັບເວົ້າລວມ ເວົ້າສະເພາະກໍຄືກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມກັບກອງພົນທີ 5 ກອງທັບປະຊາຊົນລາວອີກດ້ວຍ.