ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ລາຍງານຄວາມຄືບໜ້າ
ໂຄງການດັດປັບກະແສໄຟຟ້າ ລະບົບຖານຍິງຂອງຈະຫຼວດ BM14 ແລະ BM21

     ວັນທີ 7 ກໍລະກົດ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ທົດລອງສາທິດການນຳໃຊ້ລະບົບຖານຍິງຈະ
ຫຼວດ BM14 ແລະ BM21 ຂຶ້ນ ຢູ່ສະໜາມເຟິກຂອງວິທະຍາຄານກົມມະດຳ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີສະຫາຍຮອງຫົວໜ້າກົມໃຫຍ່ເຕັກນິກ, ຫົວໜ້າກົມປືນໃຫຍ່, ກອງພັນໃຫຍ່ 605 ແລະ ສະຫາຍຜູ້ຕາງ
ໜ້າຈາກອົງການກົມໃຫຍ່, ກະຊວງວິທະຍາສາດເຕັກໂນໂລຊີ ແລະ ວິຊາການເຂົ້າຮ່ວມ.


ພັນເອກ ວຽງໄຊ ສົມວິຈິດ ເຂົ້າຮ່ວມຮັບຟັງການລາຍງານຄວາມຄືບໜ້າ ໂຄງການດັດປັບກະແສໄຟຟ້າລະບົບຖານຍິງຂອງຈະຫຼວດ BM14 ແລະ BM21

     ສະຫາຍ ພັນໂທ ສັນຕິ ຫຼ່ຽມຜີ ຮອງຫົວໜ້າພະແນກວິທະຍາສາດເຕັກໂນໂລຊີ ແລະສິ່ງແວດລ້ອມ ກ່າວວ່າໂຄງການຄົ້ນຄວ້າດັດປັບກະແສໄຟຟ້າ
ຂອງຈະຫຼວດ BM14 ແລະ BM21 ເປັນໂຄງການທີ່ອະນຸມັດຈາກກະຊວງປ້ອງກັນປະເທດ ໂດຍມອບໃຫ້ກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ເປັນຜູ້ຈັດຕັ້ງດຳເນີນແຕ່ເດືອນ ກໍລະກົດ ປີ 2015 ເປັນຕົ້ນມາ ໂດຍມີອານຸກຳມະການຈາກຫຼາຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈຸດປະສົງຂອງການຄົ້ນ
ຄວ້າດັດປັບກະແສໄຟຟ້າຂອງຖານຍິງຈະຫຼວດທັງສອງລຸ້ນນີ້ ແມ່ນເພື່ອເປັນການປະຍັດນ້ຳມັນເຊື້ອໄຟ ແລະ ປະຍັດງົບປະມານໃນການຫັດແອບ ແລະ
ສິດສອນໃນພາກວິຊາປືນໃຫຍ່ໜ້າດິນຂອງວິທະຍາຄານກົມມະດຳ. ອີກດ້ານໜຶ່ງເປັນການອຳນວຍຄວາມສະດວກປາສະຈາກສຽງເນືອງນອງໃນເວລາ
ຂຶ້ນຫ້ອງສອນ ປະຈຸບັນນີ້ເຫັນວ່າການຄົ້ນຄວ້າແມ່ນສຳເລັດ 80%  ຍັງປັບປຸງຄູ່ມືການນຳໃຊ້ ແລະ ວິທີບຳລຸງຮັກສາໃຫ້ຢູ່ສະພາບທີ່ພ້ອມໃຊ້ງານ ໃນ
ໂອກາດນີ້ຜູ້ແທນເຂົ້າຮ່ວມຍັງໄດ້ຊົມການສາທິດວິທີໃຊ້ອາວຸດດັ່ງກ່າວ.


ພັນໂທ ສັນຕິ ຫຼ່ຽມຜີ ກ່າວກ່ຽວກັບໂຄງການຄົ້ນຄວ້າດັດປັບກະແສໄຟຟ້າຂອງຈະຫຼວດ BM14 ແລະ BM21

     ສະຫາຍພົນຈັດຕະວາ ວຽງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກ່າວວ່າຮູ້ສຶກດີໃຈທີ່ທີມງານວິຊາການຂອງກົມ ວິທະຍາສາດ-ປະຫວັດສາດ
ການທະຫານ ຄົ້ນຄວ້າ ແລະ ສາມາດໃຊ້ໄດ້ ມັນຍັງເປັນການປະຕິບັດຕາມທິດເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ
ຫຼຸດຜ່ອນການນຳເຂົ້າສິ່ງໃດສາມາດດັດປັບ ແລະ ຜະລິດເອງກໍ່ຄວນສືບຕໍ່ເພື່ອສ້າງກອງທັບໃຫ້ມີຄວາມເຂັ້ມ ແຂງທາງດ້ານອາວຸດຍຸດໂທປະກອນທີ່ດີມີຄຸນ
ນະພາບ.


ພາບລວມກອງປະຊຸມລາຍງານຄວາມຄືບໜ້າໂຄງການດັດປັບກະແສໄຟຟ້າລະບົບຖານຍິງຂອງຈະຫຼວດ BM14 ແລະ BM21