ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ
ຂອງຄະນະຜູ້ແທນບໍລິສັດ ໂລດສ໌ ບາລາໂລນ-ແອັກສະປອດ

     ໃນຕອນບ່າຍວັນທີ 9 ພຶດສະພາ 2018 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນບໍລິສັດ ໂລດສ໌ ບາລາໂລນ-ແອັກສະປອດ ແຫ່ງ ສ ຣັດເຊຍ ເຊິ່ງນໍາໂດຍ ທ່ານ
ໂກເລຍ ສະລາບສະກີ ເຊລໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນບໍລິສັດ ໂລດສ໌ ບາລາໂລນ-ແອັກສະປອດ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຂອບອົກຂອບໃຈຕໍ່ຄວາມພະຍາຍາມ
ເອົາໃຈໃສ່ໃຫ້ຄໍາປຶກສາ ແລະ ການຊ່ວຍເຫຼືອຕ່າງໆໃນຕະຫຼອດໄລຍະທີ່ຜ່ານມາ, ການມາຢ້ຽມຢາມໃນຄັ້ງນີ້ ແມ່ນເປັນການສືບຕໍ່ປະສານສົມທົບການພົວ
ພັນຮ່ວມມືລະຫວ່າງ ລາວ-ສ ຣັດເຊຍ ແໜ້ນແຟ້ນຂຶ້ນກວ່າເກົ່າ, ໂດຍສະເພາະແມ່ນລະຫວ່າງກອງທັບປະຊາຊົນລາວກັບບໍລິສັດ ໂລດສ໌ ບາລາໂລນ-ແອັກ
ສະປອດ ແລະ ອີກບັນຫາສໍາຄັນອີກຢ່າງໜຶ່ງກໍເພື່ອເປັນການຮ່ວມມືກັນປຶກສາຫາລືກ່ຽວກັບສັນຍາຕ່າງໆທີ່ໄດ້ຕົກລົງກັນໃນໄລຍະຜ່ານມາທັງໝົດລ້ວນແຕ່
ແມ່ນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງລັດ ແລະ ປະຊາຊົນສອງຊາດ ລາວ-ສ ຣັດເຊຍ ໃຫ້ນັບມື້ນັບມີປະສິດ ທິຜົນ
ຍິ່ງໆຂຶ້ນ.

     ໂອກາດນີ້, ທ່ານ ໂກເລຍ ສະລາບສະກີ ເຊລໂກ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານລັດຖະມົນຕີກະຊວງ
ປ້ອງກັນປະເທດ ແລະ ສະແດງຄວາມຫວັງວ່າສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການເສີມຂະຫຍາຍໃນຕໍ່ໜ້າ ແລະ ອວຍໄຊ
ໃຫ້ພອນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ການງານ, ສືບຕໍ່ປັບປຸງກໍ່ສ້າງ
ກອງທັບປະຊາຊົນລາວໃຫ້ກ້າວສູ່ແບບແຜນ ແລະ ທັນສະໄໝເທື່ອລະກ້າວ.