ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງໄຊຍະບູລີປະດັບຫຼຽນກຽດຕິຄຸນຂອງກອງທັບ
ປະຊາຊົນລາວ ໃຫ້ອະດີດພະນັກງານທີ່ພັກບຳນານ

     ພິທີປະດັບຫຼຽນກາກຽດຕີຄຸນກອງທັບປະຊາຊົນລາວ ໃຫ້ແກ່ອະດີດນາຍທະຫານທີ່ພັກຜ່ອນບຳນານທີ່ຂຶ້ນກັບສະຫະພັນນັກຮົບເກົ່າແຂວງໄຊຍະບູລີ,
ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2017 ນີ້, ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ
ສົມພອນ ແກ້ວມີໄຊ ເລຂາຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳສຸກ ທໍ ຮອງເລຂາພັກແຂວງ ປະ
ທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານພະນັກງານອາວຸໂສບຳນານຂອງແຂວງ ແລະພາຍໃນເທສະບານ
ເມືອງໄຊຍະບູລີ, ແຂກຖືກເຊີນ, ຜູ້ຕາງໜ້າຂອງນັກຮົບເກົ່າຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມ.


ພົນຈັດຕະວາ ສົມພອນ ແກ້ວມີໄຊ ເປັນປະທານພິທີປະດັບຫຼຽນກາກຽດຕີຄຸນ
ກອງທັບປະຊາຊົນລາວໃຫ້ອະດີດພະນັກງານທີ່ພັກບຳນານ

     ໃນພິທີ ພັນໂທ ບຸນເຄນ ບົວລະຄອນ ກຳມະການສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ, ໄດ້ຂຶ້ນຜ່ານ
ບົດສະຫຼຸບຂອງສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ປະຈຳປີ 2016 ແລະແຜນທິດທາງປີ 2017, ໂດຍຍົກໃຫ້ເຫັນຜົນງານໃນໄລຍະ 1 ປີຜ່ານມາ,
ແມ່ນໄດ້ປັບປຸງການຈັດຕັ້ງຢູ່ບັນດາຂະແໜງການ, ໜ່ວຍງານ ແລະໜ່ວຍນັກຮົບເກົ່າຮາກຖານໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນເທື່ອລະກ້າວ. ໃນພິ
ທີຍັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 940/ກປທ, ລົງວັນທີ 13/3/2017 ວ່າດ້ວຍການປະດັບຫຼຽນກຽດຕິຄຸນຂອງກອງທັບປະຊາຊົນລາວ ໃຫ້ແກ່ອະ
ດີດນາຍທະຫານກອງທັບປະຊາຊົນລາວທີ່ພັກຜ່ອນບຳນານຂຶ້ນກັບສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງມີທັງໝົດ 19 ສະຫາຍ, ຍິງ 2 ສະຫາຍ.

     ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ຍັງໄດ້ໃຫ້ກຽດຂຶ້ນປະດັບຫຼຽນກຽດຕິຄຸນກອງທັບປະຊາຊົນລາວ ໃຫ້ແກ່ອະດີດນາຍທະຫານກອງທັບປະ
ຊາຊົນລາວທີ່ພັກຜ່ອນບຳນານຈຳນວນ19 ສະຫາຍ.