ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ລົງຊຸກຍູ້ວຽກງານຢູ່ກອງພັນໃຫຍ່ 642

     ໃນວັນທີ 5 ເມສາ 2018 ນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ລົງເຄື່ອນໄຫວກວດກາ ແລະ ຊຸກຍູ້ວຽກງານຕ່າງໆຢູ່ກອງພັນໃຫຍ່ 642 ໂດຍໃຫ້ກຽດຕ້ອນຮັບຈາກຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຂອງ
ກອງພັນໃຫຍ່ 642.


ພົນຕີ ແອສະໄໝ ເລືອງວັນໄຊ ລົງເຄື່ອນໄຫວກວດກາແລະຊຸກຍູ້ວຽກງານຕ່າງໆຢູ່ກອງພັນໃຫຍ່ 642

     ໃນໂອກາດດັ່ງກ່າວ ພັນເອກ ແສງມະນີວອນ ຄຳມະນີ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 642 ໄດ້ລາຍງານສະພາບການເຄື່ອນໄຫວ
ປະຕິບັດໜ້າທີ່ຂອງກົມກອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ກົມກອງໄດ້ມີການຈັດຕັ້ງ ແລະ
ຜັນຂະຫຍາຍ ຢ່າງເປັນຮູບປະທໍາ ແລະ ຕໍ່ເນື່ອງສາມາດເຮັດໃຫ້ກົມກອງມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໄປຄຽງຄູ່ກັນນັ້ນກົມກອງຍັງມີທິດທາງສູ້ຊົນ
ແກ້ໄຂເພື່ອແນໃສ່ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

     ໂອກາດດຽວກັນ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກົມກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມ
ທັງມີທິດຊີ້ນຳ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊານາຍ ແລະ ພົນທະຫານຂອງກອງພັນໃຫຍ່ 642. ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນໃຫ້
ແໜ້ນແຟ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ພ້ອມທັງຮູ້ໝູນໃຊ້ ທ່າແຮງບົ່ມຊ້ອນ
ຂອງກົມກອງເຂົ້າໃນວຽກງານແກ້ໄຂຊິວີດການເປັນຢູ່, ສົມທົບແໜ້ນກັບວຽກງານຫັນລົງກໍ່ ສ້າງຮາກຖານປະຊາຊົນຢ່າງເປັນປົກກະຕິ. ໃນວັນດຽວກັນນີ້
ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຍັງໄດ້ລົງຕິດຕາມວຽກງານຕົວຈິງຢູ່ບັນດາກົມກອງຮາກຖານ, ໜ່ວຍງານວິຊາສະເພາະດ້ານຕ່າງໆທີ່ຂຶ້ນກັບກອງພັນ
ໃຫຍ່ 642. ໂດຍໄດ້ເນັ້ນໜັກໃຫ້ເລັ່ງໃສ່ຂະບວນການ ແລະ ວຽກງານຮັບປະກັນທາງດ້ານເຕັກນິກເປັນບັນຫາສຳຄັນ.