ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ຄະນະຜູ້ແທນກຳມະການແນວໂຮມປະເທດຫວຽດນາມ

     ໃນຕອນແລງວັນທີ 7 ເມສາ 2017, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ນາງ ເຈືອງ ທິ ງອ໋ກ ແອ່ງ ຮອງປະທານແນວໂຮມ
ປະເທດຊາດ ຫວຽດນາມ, ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວຢ່າງເປັນທາງການລະຫວ່າງວັນທີ 5-8
ເມສາ 2017 ນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນກຳມະການແນວໂຮມ ປະເທດ ຫວຽດນາມ

     ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ກັບຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມ
ຢາມ ແລະເຮັດວຽກຢູ່ປະເທດເຮົາ, ເຊິ່ງຈະເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອເຄີຍມີມາແຕ່ດົນນານ
ແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ໂດຍສະເພາະແມ່ນໃນຂົງເຂດວຽກງານຂອງສອງອົງການແນວລາວສ້າງຊາດ ແລະແນວໂຮມປະເທດຊາດ
ຫວຽດນາມ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

     ໃນໂອກາດດຽວກັນສະຫາຍ ນາງ ເຈືອງ ທ ິງອ໋ກ ແອ່ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນສະໜິດສະໜົມເຕັມໄປດ້ວຍ ໄມຕີຈິດມິດຕະພາບ ຂອງສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມທັງໄດ້ລາຍງານຫຍໍ້ເຖິງຜົນສຳເລັດໃນການພົບປະສອງຝ່າຍ ໂດຍສະເພາະ
ແມ່ນໃນຂົງເຂດວຽກງານວິຊາການຂອງທັງສອງກົມທີ່ກ່ຽວຂ້ອງຂອງທັງແນວໂຮມປະເທດຊາດຫວຽດນາມໃຫ້ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ.