ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການທະຫານ ວກ ໂອ້ລົມນັກຮຽນຊຸດທີ 12
ລົງເຄື່ອນໄຫວຫັດແອບປະສານສຽງແຕກ

     ໃນວັນທີ 6 ເມສາ 2017 ນີ້, ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການທະຫານ ວກ ພ້ອມ
ດ້ວຍຄະນະ ໄດ້ລົງພົບປະໂອ້ລົມນັກຮຽນມະຫາວິທະຍາໄລ ຊຸດທີ 12 ລົງເຄື່ອນໄຫວຫັດແອບສັງລວມປະສານສຽງແຕກຢູ່ພາກສະໜາມຫັດແອບຕົວຈິງ.


ພົນຈັດຕະວາ ບຸນຈັນ ລາດຊະວົງ ພົບປະໂອ້ລົມນັກຮຽນມະຫາວິທະຍາໄລຊຸດທີ 12 ລົງເຄື່ອນໄຫວຫັດແອບສັງລວມປະສານສຽງແຕກຢູ່ພາກສະໜາມຫັດແອບຕົວຈິງ

     ໂອກາດດັ່ງກ່າວ ຫົວໜ້າການທະຫານ ວກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາທຸກຄົນທີ່ໄດ້ພ້ອມ
ກັນສຶກສາຮໍ່າຮຽນຕາມໂຄງການຫຼັກສູດການຮຽນ-ການສອນນຳຄູ-ອາຈານຢູ່ວິທະຍາຄານແຫ່ງນີ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງບັນດາຄູ-ອາ
ຈານ ແລະບັນດານັກຮຽນແຕ່ລະຄົນ ຈົ່ງພ້ອມກັນເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຢູ່ໃນພູມີປະເທດຕົວຈິງເຂົ້າໃນການຫັດແອບສັງລວມປະ
ສານສຽງແຕກຢູ່ພາກສະໜາມຫັດແອບຕົວຈິງນຳຄູ-ອາຈານ ເພື່ອເກັບກຳໃຫ້ໄດ້ຈັ່ງຫວະບາດກ້າວພາກວິຊາສິລະປະຍຸດ-ຍຸດທະວິທີທະຫານຮາບ ເອົາໃຈ
ໃສ່ແກ້ໄຂກໍລະນີຕ່າງໆທີ່ຈະເກີດຂຶ້ນຢູ່ໃນພູມີປະເທດຕົວຈິງທັງດ້ານທິດສະດີຫຼັກການ ແລະພາກປະຕິບັດຕົວຈິງໄປພ້ອມໆກັນ ເພື່ອຮັບປະກັນໃຫ້ໄດ້ກຳ
ລັງພົນ ແລະພາຫະນະປອດໄພ 100% ແລະພ້ອມກັນຍາດໄດ້ຄະແນນດີຄະແນນເກັ່ງນຳຄູ-ອາຈານມາໃສ່ໃບປະກາສະນີຍະບັດໃນສົກປີ 2013-2017 ນີ້
ໃຫ້ມີຄຸນນະພາບສູງ.