ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 3 ປະກາດຮັບຮອງເອົາຄະນະພັກສະໄໝທີ VI


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 5 ມີນາ ນີ້, ຢູ່ສະໂມສອນ ກອງພົນທີ 3 ໄດ້ຈັດພິທີປະກາດຮັບຮອງເອົາຄະນະພັກຊຸດໃໝ່ ສະໄໝທີ VI ຂອງອົງຄະນະພັກກອງພົນທີ 3 ໂດຍການເປັນປະ
ທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ
ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າ ການເມືອງກອງພົນທີ 3, ມີສະຫາຍຄະນະພັກ-ຄະນະບັນ
ຊາ, ພະນັກງານຫຼັກແຫຼ່ງມາຈາກອົງການກົມກອງທົ່ວກອງພົນທີ 3 ເຂົ້າຮ່ວມ.

     ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ
ການຮັບຮອງເອົາຄະນະພັກ ກອງພົນທີ 3 ສະໄໝທີ VI ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໝວດທີ V ມາດຕາທີ 25 ວ່າດ້ວຍສະໄໝກອງ
ປະຊຸມໃຫຍ່ຜູ້ແທນ ຫຼື ກອງປະຊຸມໃຫຍ່ສະມາຊິກພັກ, ອີງຕາມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນເລືອກຕັ້ງເອົາ ຄະນະບໍລິຫານງານພັກກອງພົນທີ 3 ສະໄໝທີ VI ຄະນະ
ພັກກະຊວງປ້ອງກັນປະເທດຕົກລົງຮັບຮອງເອົາ ຄະນະພັກກອງພົນທີ 3 ສະໄໝທີ VI ປະກອບມີຈຳນວນ 11 ສະຫາຍ, ຮັບຮອງເອົາ ສະຫາຍ ພົນຈັດຕະວາ ບຸນເຈືຶ້ອ ຕຽນ
ແສງດາວ ຫົວໜ້າ ການເມືອງ ເປັນເລຂາຄະນະພັກກອງພົນທີ 3, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າ ການທະຫານ ເປັນຮອງເລຂາ, ຮັບຮອງເອົາ ຄະນະ
ປະຈຳພັກ ຈຳນວນ 3 ສະຫາຍ, ຮັບຮອງເອົາປະທານ, ຮອງປະທານກວດກາພັກຈຳນວນ 3 ສະຫາຍ.

     ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນການຊີ້ນຳ-ນຳພາຂອງອົງ ຄະນະພັກໃນຊຸມປີຜ່ານມາ ພ້ອມທັງ
ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແຂງແຮງເລິກເຊິ່ງດ້ວຍຫຼາຍຮູບການ, ຫຼາຍວິທີການເພື່ອເຮັດ ໃຫ້ພະນັກ
ງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນກາຍເປັນກຳລັງຫຼັກແຫຼ່ງໃນທຸກຂະບວນການ, ເພີ່ມທະວີບົດບາດ ການນຳພາຂອງພັກເຂົ້າສູ່ທຸກຂົງເຂດວຽກງານທີ່ປິ່ນ
ອອ້ມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ສືບຕໍ່ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ
ຂອງພັກວາງອອກແນໃສ່ຮັບປະກັນໃຫ້ກົມກອງ-ທ້ອງຖິ່ນມີຄວາມສະຫງົບສຸກ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ, ສ້າງທຸກເງື່ອນໄຂທ່າແຮງບົ່ມຊ້ອນເພື່ອ ສ້າງພະລາທິ
ການກັບທີ່ ແລະ ປັບປຸງກົມກອງ-ກໍ່ສ້າງກຳລັງໃຫ້ເຂັ້ມແຂງ, ມີພື້ນຖານໂຄງລ່າງທີ່ແໜ້ນໜາຖາວອນເສີມຂະຫຍາຍມູນເຊື້ອການສ້າງກົມກອງ-ໜ່ວຍພັກປອດໃສ ເຂັ້ມ
ແຂງ ໜັກແໜ້ນ ໃຫ້ກວມເອົາອັດຕາສ່ວນສູງ.