ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງອັດຕະປື ສະຫຼຸບຖອດຖອນບົດຮຽນປະຈຳປີ 2016

     ກອງບັນຊາການທະຫານແຂວງອັດຕະປື ສະຫຼຸບຖອດຖອນບົດຮຽນປະຈຳປີ 2016 ແລະວາງທິດທາງແຜນການປະຈຳປີ 2017 ໂດຍໃຫ້ກຽດເຂົ້າຮ່ວມ
ຂອງ ທ່ານ ນາມ ວິຍະເກດ ກຳມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງໆອັດຕະປື, ມີຄະນະພັກກອງບັນຊາການ, ມີຫົວໜ້າຫ້ອງວ່າການປົກຄອງ
ແຂວງ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມ.

                                
                                                             ທ່ານນາມ ວິຍະເກດ ເຂົ້າຮ່ວມສະຫຼຸບຖອດຖອນບົດຮຽນປະຈຳປີ 2016 ຢູ່ກອງບັນຊາການທະຫານແຂວງອັດຕະປື

     ພັນໂທ ຄໍາມະນີ ແກ້ວສາທິດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງອັດຕະປື ຜ່ານບົດສະຫຼຸບຖອດຖອນບົດ
ຮຽນປະຈຳປີ 2016 ແລະທິດທາງແຜນການປີ 2017 ໂດຍຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາໄດ້ສຸມໃສ່ສຶກສາອົບຮົມການ
ເມືອງ-ນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກ ແລະນັກຮົບຮັບຮູ້ເຊື່ອມຊຶມຢ່າງເລິກເຊິງຕໍ່ແນວທາງນະໂຍບາຍຂອງພັກ, ນຳເອົາມະຕິຄຳສັ່ງຕ່າງໆຂອງ
ຂັ້ນເທິງມາຈັດຕັ້ງຜັນຂະຫຍາຍຢ່າງມີໝາກຜົນ ເປັນຕົ້ນວຽກງານກໍ່ສ້າງຮາກຖານການເມືອງສາມາດສ້າງໄດ້ບ້ານພັດທະນາຈຳນວນ 62 ບ້ານ, ບ້ານວັດ
ທະນະທໍາໄດ້ 62 ບ້ານ, ຄອບຄົວປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ມີ 429 ຄອບຄົວ ແລະສ້າງບ້ານປ້ອງກັນຊາດເຂັ້ມແຂງມີຈໍານວນ 3 ບ້ານ.

     ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບຕີລາຄາຂະບວນການກໍ່ສ້າງກອງຮາກຖານເຂັ້ມເເຂງ-ໜ່ວຍພັກຮູ້ນຳພາຮອບດ້ານປະຈຳສົກ 2014-2015 ແລະທິດ
ທາງແຜນການສົກ 2016-2017 ຂອງຄະນະພັກກອງບັນຊາການທະຫານແຂວງ, ຜ່ານຄຳສັ່ງແນະນຳວ່າດ້ວຍການປະຢັດໄຟຟ້າ, ນໍ້າປະປາຂອງຂັ້ນເທິງ
ແລະຂໍ້ກຳນົດການນຳໃຊ້ໄຟຟ້າ, ນໍ້າປະປາຢູ່ກອງບັນຊາການທະຫານແຂວງອັດຕະປືໃນປີ 2017. ນອກນັ້ນຍັງໄດ້ຜ່ານແຜນການສ້າງຂະບວນການຂໍ່ານັບ
ຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ຈາກນັ້ນກອງປະຊຸມຍັງໄດ້ມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກຮາກຖານເຂັ້ມແຂງ-ໜ່ວຍ
ພັກຮູ້ນຳພາຮອບດ້ານໃນ ສົກ 2014-2015 ລວມມີ 18 ໜ່ວຍ.