ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ສະຫຼຸບວຽກງານປະຈຳປີ 2016 ແລະ ຍ້ອງຍໍຜົນງານ 5 ປີ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງສະຫຼຸບການປະຕິບັດໜ້າທີ່ວຽກງານ ປະຈຳປີ 2016 , ວາງທິດທາງແຜນການວຽກງານປີ
2017 ແລະມອບຍ້ອງຍໍຜົນງານ 5 ປີ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ວປກ ຄົບຮອບ 20 ປີ ຂຶ້ນຢ່າງເປັນທາງການ ໃນວັນທີ 3 ກຸມພາ 2017 ນີ້,
ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີຄະນະ
ພັກ-ຄະນະບັນຊາຈາກ 11 ພາກສ່ວນ, ພ້ອມດ້ວຍພະນັງານ-ນັກຮົບທົ່ວ ວປກ ເຂົ້າຮ່ວມຈຳນວນ 300 ກວ່າສະຫາຍ.

                                
                                 ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ເປັນປະທານກອງປະຊຸມສະຫຼຸບວຽກງານປະຈຳປີ 2016, ວາງທິດທາງແຜນການວຽກງານປີ 2017 ແລະມອບຍ້ອງຍໍຜົນງານ 5 ປີ

     ພັນໂທ ປອ ສຸບິນ ທໍ, ຫົວໜ້າຫ້ອງການ ວປກ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ ປະຈຳປີ 2016 ແລະຜ່ານທິດທາງແຜນການ ປະຈຳປີ 2017 ໂດຍ
ໄດ້ຍົກໃຫ້ເຫັນເຖິງໝາກຜົນທີ່ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນໄດ້ເຮັດໃຫ້ກົມກອງມີຄວາມສະຫງົບ, ເອົາໃຈໃສ່ສຶກສາອົບຮົມພະ
ນັກງານ-ນັກຮົບຍົກສູງສະຕິລະວັງຕົວກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ, ເຊື່ອມຊຶມມະຕິຄຳສັ່ງຂອງຂັ້ນເທິງ, ນອກຈາກນີ້ຍັງໄດ້ເອົາໃຈ
ໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານຂະບວນການ, ວຽກງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ-ປະ
ກັນສັງຄົມ, ວຽກງານກວດກາ, ປ້ອງກັນພາຍໃນ, ໄອຍະການ ແລະອື່ນໆທີ່ປິ່ນອ້ອມ ແລະເປັນເສນາທິການໃຫ້ແກ່ ວປກ ໃນຕະຫຼອດ 1 ປີທີ່ຜ່ານມາ.

     ຕອນທ້າຍຂອງພິທີຍັງໄດ້ຈັດຕັ້ງມອບຍ້ອງຍໍຜົນງານ 5 ປີ ໃຫ້ແກ່ກົມກອງຮວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ ເນື່ອງໃນໂອກາດສະເຫຼີມສະ
ຫຼອງວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 20 ປີ (13/12/1996-13/12/2016) ທີ່ຜ່ານມາ ມີດັ່ງນີ້: ປະດັບຫຼຽນ
ໄຊພິລະອາດຫານຊັ້ນ 2 ໃຫ້ກົມກອງລວມໝູ່ມີ 3 ກົມກອງ, ບຸກຄົນ ມີ 64 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ 3 ມີ 9 ກົມກອງລວມໝູ່, ບຸກ
ຄົນ ມີ 104 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 133 ສະຫາຍ, ໃບຍ້ອງ ຍໍກົມໃຫຍ່ການເມືອງກອງທັບ ມີຈຳນວນ168 ສະຫາຍ
ແລະມອບໃບຍ້ອງຍໍວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈຳນວນ 91 ສະຫາຍ.