ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັດກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V

     ກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V ໄດ້ອັດລົງດ້ວຍຜົນສຳເລັດໃນຕອນແລງວັນທີ 8 ກຸມພາ 2017, ພາຍຫຼັງທີ່ໄດ້
ດຳເນີນມາເວລາ 2 ວັນ (ວັນທີ 7-8 ກຸມພາ 2017) ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ
ກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ບັນດາວິທະຍາຄານ, ໂຮງຮຽນ-ໂຮງ
ໝໍ, ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

                                
                                                              ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບຄັ້ງທີ V

     ໃນໂອກາດໂອ້ລົມກອງປະຊຸມ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງກຳແໜ້ນ ແລະປະຕິ
ບັດທິດທາງວຽກງານກໍ່ສ້າງພັກ, ພະນັກງານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືເນື້ອໃນຂອງກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວ
ປະເທດຂອງຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ແລະກະຊວງປ້ອງກັນປະເທດ ຄັ້ງທີ V, ສືບຕໍ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດຂອງປະທານ ໄກສອນ
ພົມວິຫານ, ມູນເຊື້ຶອອັນດີງາມຂອງພັກເປັນພື້ນຖານ, ແນວຄິດທິດສະດີຂອງພັກເຮົາຕ້ອງຍົກສູງຫຼັກໝັ້ນການເມືອງທາດແທ້ຊົນຊັ້ນກຳມະກອນ, ຄວາມ
ສາມາດນຳພາ ແລະລັກສະນະນຳຂອງພັກດ້ວຍການຈັດຕັ້ງຮໍ່າຮຽນທິດສະດີມາກ-ເລນິນ, ມູນເຊື້ອອັນດີງາມຂອງພັກ, ແນວທາງນະໂຍບາຍຂອງພັກ ຫັນ
ເປັນທິດທາງແຜນການຢູ່ໃນແຕ່ລະຂົງເຂດວຽກງານ, ເຫຼົ່າຮົບ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຕ້ານທັດສະນະທີ່ຜິດເຂວຕໍ່ແນວທາງ, ແກ້ໄຂທັດ
ສະນະຄຳພີຕາຍຕົວອັດຕະວິໄສ, ຮ້ອນຮົນຟ້າວຟັ່ງປ່ຽນແປງທີ່ບໍ່ມີຫຼັກການ, ຈັດຕັ້ງຮໍ່າຮຽນບັນດາແນວທາງນະໂຍບາຍ, ມະຕິຕ່າງໆຂອງພັກທີ່ກຳນົດອອກ
ໃນແຕ່ລະໄລຍະໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກພະນັກງານແຕ່ລະປະເພດໃຫ້ເລິກເຊິງເຖິງຖອງ, ກຳໃຫ້ໄດ້ແໜ້ນ ແລະປະຕິບັດຖືກຕ້ອງຄົບຖ້ວນ 5
ທິດນຳ 3 ຫຼັກການຂອງການກໍ່ສ້າງພັກ. ປັບປຸງການຈັດຕັ້ງພັກໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດນຳພາ ແລະກຳລັງແຮງສູ້ຮົບຂອງ
ການຈັດຕັ້ງຮາກຖານພັກແຕ່ລະຂັ້ນ ສຸມໃສ່ແກ້ໄຂໜ່ວຍພັກອ່ອນ ແລະສະມາຊິກພັກອ່ອນໃຫ້ໝົດໄປຢ່າງຂາດຕົວ, ເອົາໃຈໃສ່ກໍ່ສ້າງບຳລຸງພະນັກງານ
ໂດຍຖືເອົາການສ້າງກັບທີ່ເປັນຕົ້ນຕໍ ແລະສົ່ງລົງໄປສ້າງຢູ່ກົມກອງ ແລະທ້ອງຖິ່ນຈຳນວນໜຶ່ງ ແລະການສ້າງພະນັກງານໂດຍຜ່ານລະບົບໂຮງຮຽນ, ວິທະ
ຍາຄານຂອງກອງທັບ ແລະເບື້ອງລັດເປັນສຳຄັນ. ສືບຕໍ່ປະຕິບັດນະໂຍບາຍຕໍ່ພະນັກງານທີ່ມີແລ້ວ ເປັນຕົ້ນແມ່ນນະໂຍບາຍຕໍ່ພະນັກງານອາວຸໂສໃຫ້ມີຜົນ
ງານ, ຄຸນງາມຄວາມດີຕໍ່ການປະຕິວັດ ແລະຕໍ່ປະເທດຊາດ ຕາມຂໍ້ຕົກລົງ 868 ຂອງຄະນະພັກກະຊວງປ້ອງກັນປະເທດ ແລະຜູ້ມີຜົນງານດີເດັ່ນໃນຂະ
ບວນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອຍ້ອງຍໍໃຫ້ທັນເວລາ.