ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວພກ ຈັດຕັ້ງພິທີປະກາດຮັບຮອງຄະນະພັກຊຸດໃໝ່


ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງພິທີປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝ ທີ VI ຂຶ້ນໃນວັນທີ 7 ມັງກອນ 2020 ນີ້, ໂດຍການເຂົ້າຮ່ວມເປັນປະ
ທານຂອງ ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ມີ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ເລ
ຂາຄະນະພັກ ພ້ອມດ້ວຍຄະນະພັກວິທະຍາຄານ, ຄະນະພັກຮາກຖານ, ຄະນະຫ້ອງ, ຄະນະວິຊາຄູ, ຫົວໜ້າພະແນກ, ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ພົມມາ ດາລາວົງ ຄະນະພັກ-ຄະນະອຳນວຍການ ຫົວໜ້າ ຫ້ອງເຕັກນິກ ກໍໄດ້ອ່ານມະຕິຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການຮັບຮອງ ຄະນະພັກ ວິທະຍາຄາພະລາທິການ ກອງທັບສະໄໝທີ VI ໂດຍອີງໃສ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ X ໝວດທີ V ມາດຕາ 25
ວ່າດ້ວຍສະໄໝກອງປະຊຸມໃຫຍ່ຜູ້ແທນຂອງພັກ ອີງໃສ່ຜົນການປ່ອນບັດເລືອກຕັ້ງ ຄະນະພັກຊຸດໃໝ່ ສະໄໝທີ VI ຂອງຄະນະພັກວິທະຍາຄານພະລາທິການກອງທັບ, ຄະ
ນະພັກ ກະຊວງປ້ອງກັນປະເທດຕົກລົງຮັບຮອງເອົາ ຄະນະພັກວິທະຍາຄານ ພະລາທິການກອງທັບສະໄໝທີ VI ປະກອບມີ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ເປັນເລ
ຂາຄະນະພັກ, ສະຫາຍ ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ເປັນຮອງເລຂາຄນະພັກ, ສະຫາຍ ພັນເອກ ບຸນສານ ຈັນທະສອນ ເປັນປະທານກວດກາພັກ, ມີ ສະຫາຍ
ພັນເອກ ສອນທັນ ສຸວົງໄຊ, ສະຫາຍ ພັນເອກ ບຸນທັນ ຄຳພັນໄມ, ສະຫາຍ ພັນໂທ ປອ ແສງທອງ ອຸ່ນນາງ, ສະຫາຍ ພັນໂທ ພົມມາ ດາລາວົງ, ສະຫາຍ ພັນໂທ ປອ ສົມ
ເພັດ ວົງພະຈັນ, ສະຫາຍ ພັນໂທ ວິໄຊ ໃສສີເຟືອນ, ສະຫາຍ ພັນໂທ ຄຳເຟືອງ ທິບດາມອນ ເປັນຄະນະພັກວິທະຍາຄານ ພະລາທິການກອງທັບ ສະໄໝທີ VI ເຊິ່ງການປະ
ກາດຮັບຮອງຄະນະພັກຊຸດໃໝ່ຄັ້ງນີ້ ເປັນການປັບປຸງລະບົບກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເພື່ອ
ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໂອກາດນີ້, ສະຫາຍ ພົນຕີ ພູວົງ ວົງພົມ ໄດ້ໃຫ້ການໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາ ສະຫາຍ ໃນຄະນະພັກຊຸດໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງກົມກອງ,
ເຊື່ອມຊຶມກຳແໜ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກກະຊວງປ້ອງກັນປະເທດວາງອອກ, ໂດຍ
ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ ແນວຄິດເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ແລະ ເສີມຂະຫຍາຍຍົກສູງ ຄວາມຮັບຜິດຊອບການ
ເມືອງ, ອອກແຮງເຝິກຝົນຫຼໍ່ໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ອົດທົນພາກພຽນຍົກລະດັບຄວາມຮູ້ທາງດ້ານການເມືອງ, ຄວາມຮູ້ທາງດ້ານວິຊາສະເພາະ ມີສະຕິລະວັງຕົວ,
ຕ້ານພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ, ຫ່າງເຫີນພຶດຕິກຳ, ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກມີແບບແຜນວິທີເຮັດວຽກ, ການກໍ່ສ້າງພັກ, ກໍ່ສ້າງພະ
ນັກງານໃຫ້ຖືກກັບທິດຊີ້ນຳ ແລະ ຫຼັກການຂອງພັກ ພົວພັນຮ່ວມມືກັບອົງການປົກຄອງທ້ອງຖິ່ນ ຂອບເຂດກົມກອງຕັ້ງທັບ ເພື່ອເຮັດໃຫ້ສະພາບຂອບເຂດຮັບຜິດຊອບມີ
ຄວາມສະຫງົບໂດຍພື້ນຖານຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ມີໃບໜ້າອັນໃໝ່ດີຂຶ້ນ.