ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ລົງພົບປະ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

     ໃນວັນທີ 8 ມັງກອນ 2019 ນີ້, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ
ທັງເປັນຫົວໜ້າຄະນະຊີ້ນຳພັດທະນາບັນດາແຂວງຂອບເຂດໃຈກາງ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມການນຳແຂວງໄຊສົມບູນ ເຊິ່ງໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນ
ຈາກ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ຮັກສາການເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະແຂວງ, ເມືອງບັນດາຈຸດສຸມ, ພະນັກງານ-ນັກຮົບ ແລະ
ຊາວແຂວງໄຊສົມບູນ.


ທ່ານ ພັນຄຳ ວິພາວັນ ລົງຢ້ຽມຢາມແລະຊຸກຍູ້ວຽກງານຢູ່ແຂວງໄຊສົມບູນ

     ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ ຮັກສາການເຈົ້າແຂວງໆໄຊສົມບູນ ໄດ້ລາຍງານສະພາບໂດຍຫຍໍ້ໃນການຊີ້ນຳ-ນຳພາເຮັດໃຫ້ຂອບເຂດພາຍໃນ
ແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ຊີວິດການເປັນຢູ່ຂອງປະຊາ ຊົນບັນ
ດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ, ປະຊາຊົນຜູ້ທຸກຍາກຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໄປຕາມແຜນການຂອງແຂວງ, ເມືອງທີ່ວາງໄວ້, ພະນັກງານຂະແໜງການທີ່
ກ່ຽວຂ້ອງສົມທົບກັບອຳນາດການປົກຄອງໄດ້ສືບຕໍ່ຈັດສັນທີ່ດິນ ແລະ ອອກໃບຕາດິນໃຫ້ພໍ່ແມ່ປະຊາຊົນຈຳນວນ 2.000 ກວ່າຄອບຄົວ ໂດຍສະເພາະ 18 ບ້ານເປົ້າ
ໝາຍ, ອອກໃຫ້ໃໝ່ 6 ບ້ານ ຍັງ 2 ບ້ານ, ໄດ້ເຊັນສັນຍາກັບບໍລິສັດ ເອັມໂອຢູ ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາແຂວງໄຊສົມບູນ ຄົບວົງຈອນ ເພື່ອສ້າງພື້ນ
ຖານໂຄງລ່າງການພັດທະນາທາງດ້ານກະສິກຳ ແລະ ແຫຼ່ງທ່ອງທ່ຽວ ແລະ ພື້ນຖານໂຄງລ່າງຕາມແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ສືບຕໍ່ປະຕິບັດແຜນການຫັນລົງກໍ່ສ້າງຮາກຖານພັດທະນາຊົນນະບົດຕາມທິດ 3 ສ້າງຢ່າງແຂງແຮງ, ນຳເອົາເອກະສານແນວທາງນະໂຍບາຍຂອງພັກລົງ
ເຜີຍແຜ່ໃຫ້ບັນດາບ້ານທີ່ມີເປົ້າໝາຍເປັນບ້ານວັດທະນະທຳ, ບ້ານແບບຢ່າງ, ບ້ານສາທາລະນະສຸກ ແລະ ບ້ານປອດຢາເສບຕິດໄດ້ສຳເລັດການລົງຊຸກຍູ້ ແລະ ປະກາດ
ບ້ານຈົບມັດທະຍົມບຳລຸງຕອນຕົ້ນໃຫ້ແກ່ເມືອງລ້ອງແຈ້ງ ໂດຍແມ່ນກະຊວງສຶກສາເປັນຜູ້ອອກໃບຢັ້ງຢືນ ປັດຈຸບັນນີ້ 3 ເມືອງທີ່ຍັງບໍ່ທັນໄດ້ປະກາດ ແລະ ຈະສືບຕໍ່ໃຫ້
ສຳເລັດຕາມແຜນການ, ພ້ອມນີ້ກໍໄດ້ສືບຕໍ່ວຽກໃນຕົ້ນປີ 2019 ຄື: ຈະໄດ້ກວດກາຊັບຊ້ອນກຳລັງທີ່ລົງກໍ່ສ້າງຮາກຖານການເມືອງຄືນໃໝ່ ເພື່ອຄົ້ນຄວ້າເອົາຜູ້ທີ່ມີຄວາມ
ຮູ້-ຄວາມສາມາດ ມີຄຸນນະພາບໃນການເຮັດໜ້າທີ່ໃນໄລຍະໃໝ່ ແລະ ຈັດຕັ້ງເຝິກອົບຮົມໃຫ້ເລຂາພັກບ້ານ, ນາຍບ້ານໃຫ້ມີຄວາມເຂັ້ມແຂງໃນການເຄື່ອນໄຫວເຮັດ
ໜ້າທີ່ໃຫ້ແຂງແຮງກວ່າເກົ່າ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເອົາໃຈໃສ່ເຝິກແອບຮໍ່າຮຽນທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ເປັນຂະບວນຟົດຟື້ນ
ເພື່ອສ້າງເປັນຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໃຫ້ກວ້າງຂວາງ ແລະ ໜັກແໜ້ນ.

     ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງ ແລະ ເນັ້ນໜັກຫຼາຍບັນຫາໃຫ້ແກ່ຄະນະນຳຂອງແຂວງ ໂດຍສະເພາະແມ່ນການຈັດ
ຕັ້ງປະຕິບັດໜ້າທີ່ວຽກງານ ປກຊ-ປກສ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ສືບຕໍ່ເກັບກຳສະພາບຂອງກຸ່ມຄົນຜູ້ບໍ່ຫວັງດີແລ້ວຫາວິທີສະ
ກັດກັ້ນ ແລະ ແກ້ໄຂໂດຍໄວ, ສືບຕໍ່ສຸມໃສ່ແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ, ດ້ວຍການຊຸກຍູ້ທຳການຜະລິດປູກຝັງ-ລ້ຽງສັດໃຫ້ຫຼາຍ
ແລະ ກາຍເປັນສິນຄ້າເພື່ອບັນລຸເປົ້າໝາຍດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງແຂວງທຸກຂັ້ນ, ພະນັກງານ-ນັກຮົບທຸກສະຫາຍ
ຕະຫຼອດຮອດພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງເປັນເຈົ້າການນຳເອົາເນື້ອໃນຈິດໃຈຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງພັກ-ລັດນັ້ນຈັດຕັ້ງຜັນຂະ
ຫຍາຍຢູ່ພາຍໃນທ້ອງຖິ່ນຂອງຕົນຢ່າງເໝາະສົມແທດເຖິງ, ພ້ອມທັງສືບຕໍ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ມີສະຕິທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ອຳນາດການປົກຄອງ
ເພື່ອຕິດຕາມກວດກາການເຄ່ືອນໄຫວຂອງກຸ່ມຄົນບ່ໍຫວັງດີ ໂດຍສະເພາະແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ມີຄວາມສະ
ຫງົບ 100%.

     ໃນໂອກາດທີ່ຮອງປະທານປະເທດໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງໄຊສົມບູນໃນຄັ້ງນີ້ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກປະເພດຕ່າງໆຈຳນວນໜຶ່ງ
ລວມມູນຄ່າ 56 ລ້ານກວ່າກີບ ໄປມອບໃຫ້ນາຍ ແລະ ພົນທະຫານທີ່ເຄື່ອນໄຫວເຮັດໜ້າທີ່ຢູ່ຈຸດຕ່າງໆໃນແຂວງໄຊສົມບູນ ໃນໂອກາດກະກຽມສະຫຼອງວັນສ້າງຕັ້ງກອງ
ທັບ ຄົບຮອບ70 ປີ.